ສຶກສາບໍລິຄຳໄຊ ຝຶກອົບຮົມການປ້ອນ, ສັງລວມ ແລະ ການນໍາໃຊ້ຖານຂໍ້ມູນວຽກງານນໍ້າ

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2021 ຢູ່ຫ້ອງປະຊຸມສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ໄດ້ຈັດພິທີຝຶກອົບຮົມການປ້ອນຂໍ້ມູນ, ສັງລວມຂໍ້ມູນ ແລະ ການນໍາໃຊ້ຖານຊໍ້ມູນວຽກງານນໍ້າ ແລະ ສຸຂະອະນາໄມ ໂດຍນໍາໃຊ້ຮູບແບບ 3 ດາວ ໃນສະຖານການສຶກສາກ່ອນໄວຮຽນທົ່ວແຂງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ແສງປະເດັນ ບຸນລາວົງ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, , ມີທີມງານຄູຝຶກຈາກສູນກາງ, ມີຂະແໜງການສຶກສາກ່ອນໄວຮຽນ ຂອງແຂວງ, ຂະແໜງການກ່ຽວຂ້ອງ, ໜ່ວຍງານການສຶກສາກ່ອນໄວຮຽນຫ້ອງການສຶກສາທິການ ແລະ ກິລາເມືອງ 7 ຕົວເມືອງ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ພ້ອມກັນປະເມີນ ເຄື່ອງມືປະເມີນມາດຕະຖານນໍ້າ ແລະ ສຸຂະອະນາໄມໃນປີທີ່ຜ່ານມາ ແລະ ນໍາສະເໜີຄວາມເປັນມາຂອງວຽກງານນໍ້າ ແລະ ສຸຂະອະນາໄມ ໂດຍນໍາໃຊ້ຮູບແບບ 3 ດາວ, ນໍາສະເໜີຖານຂໍ້ມູນວຽກງານນໍ້າ.

ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ຝຶກການກຽມຄວາມພ້ອມກ່ອນການປ້ອນຂໍ້ມູນ, ວິທີການປ້ອນຂໍ້ມູນ, ຂໍ້ຄວນລະວັງໃນການນໍາໃຊ້ຖານຂໍ້ມູນ, ການເບິ່ງຜົນການປະເມີນໃນຖານຂໍ້ມູນ, ການສົ່ງຂໍ້ມູນໃຫ້ແຂວງ ແລະ ຝຶກສົ່ງຖານຂໍ້ມູນຕົວຈິງ, ສັງລວມຂໍ້ມູນຂອງແຕ່ລະເມືອງເຂົ້າຖານຂໍ້ມຸນຂອງແຂວງ, ການນໍາໃຊ້ຜົນປະເມີນ ແລະ ການເກັບຮັກສາຂໍ້ມູນ, ການດຶງຂໍ້ມູນຈາກຖານມານໍາໃຊ້ຝຶກການປ້ອນຂໍ້ມູນ, ການຂຽນບົດລາຍງານ ໂດຍນໍາໃຊ້ຜົນຈາກຖານຂໍ້ມູນ, ຖອດຖອນບົດຮຽນ ແລະ ວາງແຜນຕໍ່ໜ້າກ່ຽວກັບວຽກງານນໍ້າ ແລະ ສຸຂະອະນາໄມ ໃນສະຖານການສຶກສາກ່ອນໄວຮຽນ ໂດຍນໍາໃຊ້ຮູບແບບ 3 ດາວ ແລະ ຝຶກການປ້ອນຂໍ້ມູນຕົວຈິງຂອງແຕ່ລະເມືອງ. ກອງປະຊຸມຈະດໍາເນີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດ.

About admins16