ມອບ – ຮັບສໍານັກງານ ກອງຮ້ອຍກໍາລັງໄຟ ຂອງກອງພັນ 617

ພິທີມອບ – ຮັບ ສໍານັກງານກອງຮ້ອຍກໍາລັງໄຟ ກອງພັນ 617 ທະຫານແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2023 ເປັນປະທານໂດຍ ສະຫາຍ ພັນເອກ ດາວພະຫັດ ພູມສະຫວ່າງວີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພາລາທິກາທະຫານແຂວງ, ມີສະຫາຍ ຄໍາມອນ ໄຊພົມມີ ຮອງເລຂາຄະນະພັກເມືອງ ຮອງເຈົ້າເມືອງວຽງທອງ, ແຂກຖືກເຊີນ, ຄະນະກໍາມະການກວດກາ, ພະແນກການທີ່ກ່ຽວຂ້ອງ ຈາກກອງບັນຊາການທະຫານແຂວງ, ບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບພາຍໃນກົມກອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບການກໍ່ສ້າງສໍານັກງານກອງຮ້ອຍກໍາລັງໄຟ ຂອງກອງພັນ 617 ເຊີ່ງໂຄງການກໍ່ສ້າງດັ່ງກ່າວ ໄດ້ລົງມືປະຕິບັດ 9 ໜ້າວຽກໃຫຍ່ ຄື: ເຮືອນນອນ, ຫ້ອງການ – ສະໂມສອນ , ເຮືອນຄົວ – ຫ້ອງກີນເຂົ້າ, ສາງອຸປະໂພກ – ບໍລິໂພກ, ຫ້ອງນໍ້າ, ປັບໜ້າດິນ, ລົງກົງເຕີ່-ດຶງໄຟຟ້າເຂົ້າສໍານັກງານ, ຖົມທາງເຂົ້າສໍານັກງານ, ກໍ່ສ້າງອ່າງເກັບນໍ້າ-ເດີນທໍ່ເຂົ້າຫາສໍານັກງານ.

ສໍາລັບງົບປະມານທີ່ນໍາໃຊ້ເຂົ້າໃນໂຄງການກໍ່ສ້າງລວມທັງໝົດ 485.770.000 ກີບ, ໃນນີ້ ໄດ້ຮັບທຶນສົມທົບຈາກເມືອງວຽງທອງ ຈໍານວນ 171.000.000 ກີບ, ກອງບັນຊາການທະຫານແຂວງ 304.770.000 ກີບ ແລະ ກອງພັນ 617 ຈໍານວນ 10.000.000 ກີບ, ສ່ວນສີມືແຮງງານໃນການກໍ່ສ້າງ ແມ່ນໄດ້ນໍາໃຊ້ແຮງງານບັນດາພະນັກງານ-ນັກຮົບພາຍໃນກົມກອງ ຜູ້ທີ່ມີຄວາມຊໍານິຊໍານານງານ ແລະ ມີປະສົບການໃນການກໍ່ສ້າງຕົວຈິງ ເປັນຜູ້ນໍາພາໃນການກໍ່ສ້າງ, ການກໍ່ສ້າງໃນຄັ້ງນີ້ແມ່ນໄດ້ປະຕິບັດໜ້າວຽກຕົວຈິງເປັນເວລາ 12 ເດືອນຈິ່ງສໍາເລັດຕາມແຜນການ.

ໃນພິທີ ສະຫາຍ ພັນເອກ ດາວພະຫັດ ພູມສະຫວ່າງວີ ຍັງໄດ້ຂຶ້ນມອບໃບຍ້ອງຍໍຂອງກອງບັນຊາການທະຫານແຂວງ ໃຫ້ບັນດາພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໂຄງການກໍ່ສ້າງຄັ້ງນີ້ ຈໍານວນ 12 ສະຫາຍ ແລະ 1 ກົມກອງ.

About admins14