ບໍລິຄຳໄຊ ຫວນຄືນມູນເຊື້ອກຳມະບານລາວ ຄົບຮອບ 67 ປີ

ພິທີປະຖະກະຖາຫວນຄືນມູນເຊື້ອ 67 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ (1 ກຸມພາ 1956 – 1 ກຸມພາ 2023) ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ຢູ່ສະໂມສອນແຂວງ ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະນັກງານລັດຖະກອນ, ສະມາຊິກກຳມະບານ, ນາຍ ແລະ ພົນທະຫານ, ນາຍ ແລະພົນຕໍາຫຼວດ ຕະຫຼອດຮອດນັກຮຽນນັກສຶກສາ ເຂົ້າຮ່ວມ.

ໃນທ້າຍສັດຕະຫວັດທີ 19 ພວກລ່າເມືອງຂື້ນຝຣັ່ງ ໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ, ໄດ້ປຸ້ນສະດົມ, ເຂັ້ນຂ້າ ແລະ ກົດຂີ່ຂຸດຮີດຊາວຜູ້ອອກແຮງງານຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ ຈົນມາຮອດວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໃນປີ 1934 ອົງຄະນະພັກແຄວ້ນລາວກໍ່ໄດ້ຮັບການສ້າງຕັ້ງ ຊຶ່ງເປັນບາດກ້າວທຳອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ຂະບວນການຕໍ່ສູ້ກຳເນີດຂຶ້ນໃນທົ່ວປະເທດ ແລະ ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວກໍ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍແມ່ນ ທ່ານປະທານ ໄກສອນ ພົມວິຫານ ເປັນເລຂາຄະນະຊີ້ນຳສູນກາງ, ເປັນເລຂາຄະນະພັກສູນກາງ-ທັງເປັນຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນລາວ.

ເພື່ອໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ ໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ ແລະ ເປັນຕົວແທນ ໃຫ້ແກ່ການປົກປ້ອງສິດຜົນປະໂຫຍດ ໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ກໍ່ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂື້ນຢ່າງເປັນທາງການຢູ່ເຂດທີ່ໜັ້ນ ແຂວງຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ໃນວັນທີ 2 ທັນວາ 1975 ອົງການຈັດຕັ້ງກໍາມະບານ ຍັງໄດ້ປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງກຸ້ມຕົນເອງທາງດ້ານເສດຖະກິດ, ປະຕິບັດໜ້າທີ່ການສູ້ຮົບ, ທັງປັບປຸງ , ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍ່ຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງານລາວບັນດາເຜົ່າ.

ໃນພິທີ ຍັງໄດ້ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງມີສະມາຊິກກຳມະບານ ສະໝັກໃຈຮ່ວມບໍລິຈາກເລືອດ ທັງໝົດ 32 ສະຫາຍ, ຍິງ 11 ສະຫາຍ ແລະ ຮ້ານອາຫານກຸຫຼາບປາກຊັນ ກໍ່ໄດ້ນໍາອາຫານ 150 ກ່ອງ ມາສະໜັບສະໜຸນ ເພື່ອເປັນການໃຫ້ກຳລັງໃຈພະນັກງານ ແລະ ຜູ້ທີ່ສະໝັກໃຈບໍລິຈາກເລືອດ.

ພ້ອມດຽວກັນນີ້ ສະຫະພັນກຳມະບານແຂວງ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ້ຜູ້ມີຜົນງານໃນການຊ່ວຍເຫຼືອເຂົ້າໃນວຽກງານກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້.

About admins14