ກອງບັນຊາການທະຫານເມືອງບໍລິຄັນ ຈັດກອງປະຊູມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2022

ກອງປະຊູມສະຫຼຸບວຽກງານຮອບດ້ານປະຈໍາປີ 2022 ກອງບັນຊາການທະຫານເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2023 ຢູ່ກອງບັນຊາການທະຫານເມືອງ, ເປັນປະທານໂດຍ ທ່ານ ພັນໂທ ສັງວອນ ເພັດວົງແສງ ຫົວໜ້າກອງບັນຊາການທະຫານເມືອງ, ເຂົ້າຮ່ວມໂດຍ ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ, ມີບັນດາຄະນະພັກ, ຄະນະບັນຊາ, ຫົວໜ້າກອງຮ້ອຍກອງຫຼອນກຸ່ມບ້ານ ຕະຫຼອດຮອດອ້າຍນ້ອງພະນັກງານນາຍ ແລະ ພົນທະຫານທົ່ວກົມກອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊູມໃຫຍ່ຄັ້ງທີ VII ຂອງອົງຄະນະບໍລິຫານງານພັກແຂວງ, ມະຕິກອງປະຊູມໃຫຍ່ຄັ້ງທີ VII ຂອງອົງຄະນະບໍລິຫານງານພັກເມືອງບໍລິຄັນ ໄດ້ດີຕະຫຼອດມາ ເຊີ່ງມັນສະແດງອອກເຮັດໃຫ້ທົ່ວເມືອງມີສະຖ່ຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມໄດ້ຮັບການອະນຸລັກ-ຮັກສາ ແລະ ພັດທະນາດີຂື້ນ, ພະນັກງານທະຫານຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົົ່າ ມີແນວຄິດຫຼັກໝັ້ນອຸ່ນອ່ຽງທຸ່ນທ່ຽງ, ເຊື້ອໝັ້ນຕໍ່ການຊີ້ນໍາ – ນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ.

ໄລຍະຜ່ານມາໄດ້ສົມທົບກັບກໍາລັງກູ່ມບ້ານຕ່າງໆພາຍໃນເມືອງ ເປັນຕົ້ນແມ່ນວຽກງານກະກຽມສູ້ຮົບ ແລະ ກອບກູ້ໄພພິບັດ ໂດຍການນໍາໃຊ້ກໍາລັງອອກເຄື່ອນໄຫວຕາມຂອບເຂດຄວາມຮັບພິຊອບໄດ້ 48 ຄັ້ງ, ນໍາໃຊ້ກໍາລັງປ້ອງກັນການນໍາ ແລະ ວັນສໍາຄັນຕ່າງໆ 15 ຄັ້ງ, ປ້ອງກັນເວນຍາມຂົວ 12 ຄັ້ງ, ອອກເຄື່ອນໄຫວສາລາເວເຂດອ່າງຕົ່ງເຂື່ອນໄຟ້ານໍ້າງຽບ 1 ໄດ້ 6 ຄັ້ງ, ຈາກນັ້ນ ຍັງໄດ້ພ້ອມກັນປະກອບຄໍາຄິດ – ຄໍາເຫັນ ໃສ່ຮ່າງບົດສະຫຼູບຢ່າງກົງໄປກົງມາ ເພື່ອວາງທິດທາງແຜນການໃນຕໍ່ໜ້າ, ພ້ອມດຽວກັນນັ້ນບັນດາກອງຮ້ອຍຕ່າງໆ ຍັງໄດ້ຂື້ນຈັບມືໃນການແຂ່ງຂັນຍ້ອງຍໍຕາມຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານດີຂື້ນໃນຕໍ່ໜ້າ.

About admins14