ມອບຮັບໜ້າທີ ລະຫວ່າງຫົວໜ້າພະແນກ ຖວທ ແຂວງ ຜູ້ເກົ່າ ແລະ ໃໝ່ ຢ່າງເປັນທາງການ

ພິທີປະກາດການຈັດຕັ້ງ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ, ຫົວໜ້າກອງ – ຮອງກອງ, ບັນດາພະແນກການອ້ອມຂ້າງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 414/ຂບຊ, ລົງວັນທີ 14 ກໍລະກົດ 2022 ວ່າດ້ວຍຍົກຍ້າຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາອົບຮົມແຂວງ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 335/ຄປພ.ຂບຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 407/ຂບຊ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ສົນທອງ ວີບຸນກວ້າງ ເປັນເລຂາຄະນະພັກຮາກຖານ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 306/ຂບຊ ລົງວັນທີ 6 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວັນ ໄຊຍະສານ ເປັນຮອງຫົວໜ້າພະແນກ ຖວທ ແຂວງ.

ທ່ານ ຄຳແຫວນ ປັນຍານຸວົງ ກ່າວວ່າ: ຍົກຍ້າຍສັບປ່ຽນບ່ອນປະຈຳການຂອງພະນັກງານ ແມ່ນວຽກງານປົກກະຕິ, ບໍ່ວ່າຈະຢູ່ຂັ້ນສູນກາງ, ແຂວງ, ເມືອງ, ພະແນກການ, ຫ້ອງການ ເພາະວ່າໄດ້ກາຍເປັນຫຼັກການ ແລະ ເປັນລະບຽບການຂອງພັກ ທີ່ພັກເຮົາໄດ້ ກຳນົດໄວ້.

ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ ບາງວຽກງານຄື ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນໃຫ້ເຮັດວຽກງານສຶກສາອົບຮົມ, ນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ, ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນ ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ, ສະມາຊິກພັກ, ເອົາໃຈໃນການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີທັດສະນະຮັບໃຊ້ທີ່ອ່ອນໂຍນ, ມີຈັນຍາບັນ, ຈັນຍາທຳຕໍ່ວຽກງານຕົນຮັບຜິດຊອບ ເປັນຕົ້ນ: ການໂຄສະນາ, ອອກຂ່າວວຽງານຂອງພັກ – ລັດ ແລະ ຂ່າວອື່ນໆ ຕ້ອງມີການກວດກາ – ກັ່ນຕອງ ໃຫ້ຖືກຕ້ອງຕາມຄວາມເປັນຈີງ ແລະ ຊັດເຈນ, ການຄຸ້ມຄອງ ແລະ ປົກປັກຮັກສາດ້ານວັດ ທະນະທຳຕ້ອງໃຫ້ມີຄວາມຍືນຍົງ, ລວມທັງການຍາດແຍ່ງເອົາການພັດທະນາດ້ານການທ່ອງທ່ຽວ ໃຫ້ນັບມື້ນັບຫຼາຍຂື້ນ ພ້ອມທັງຄຸ້ມຄອງບັນດາຜູ້ປະກອບການໃຫ້ຢູ່ພາຍໃຕ້ລະບຽບ – ກົດໝາຍ.

About admins16