ແມ່ຍິງຮາກຖານພະແນກສາທາລະນະສຸກແຂວງ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022 ຢູ່ພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2022 ), ໃຫ້ກຽດປາຖະກະຖາໂດຍ ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີປະທານ – ຮອງປະທານ, ສະມາຊິກແມ່ຍິງຮາກຖານ ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ເຂົ້າຮ່ວມ.

ທ່ານ ດຣ ຈັນທອນ ຄູຫາເທບ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານແມ່ຍິງວ່າ: ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ. ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຊິ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດຂອງພັກ ເປັນຕົ້ນແມ່ນການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະຫະພັນແມ່ຍິງລາວ ໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ – ລັດຖະບານ ແຕ່ລະໄລຍະ.

ຕອນທ້າຍຂອງພິທີ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ 7 ປະຈຳ 5 ປີ 2016 – 2020 ໃຫ້ແມ່ຍິງຮາກຖານ ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງF ເປັນກຽດມອບໂດຍທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ. ພ້ອມນີ້ ຍັງໄດ້ຂຶ້ນຈັບມືໃນການແຂ່ງຂັນຂະບວນການ 3 ດີ ປະຈຳປີ 2022.

About admins16