ຊາວໜຸ່ມແຂວງ ສຶບຕໍ່ນະໂຍບາຍໃຫ້ທຶນວິຊາຊິບແກ່ຊາວໜຸ່ມຜູ້ດ້ອຍໂອກາດ

ກອງປະຊຸມປຶກສາຫາລືລະຫວ່າງ ຄະນະຊາວໜຸ່ມແຂວງ ແລະ ໂຮງຮຽນເຕັກນິກ-ວິຊາຊີບແຂວງ ເພື່ອສຶບຕໍ່ໃຫ້ທຶນນະໂຍບາຍໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2022 ຢູ່ໂຮງຮຽນເຕັກນິກ-ວິຊາຊີບແຂວງ ເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ສົມພອນ ວັນນະລາດ ວ່າການຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບ ມີຫົວໜ້າຂະແໜງ ແລະ ຮອງຂະແໜງສູນພັດທະນາວິຊາຊີບ, ພະນັກງານຄູອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ວຽກງານຊາວໜຸ່ມ ໃຫ້ທືນນະໂຍບາຍໃຫ້ແກ່ຊາວໜຸ່ມຜູ້ທີ່ດ້ອຍໂອກາດ ປະຈຳປີ 2022 ເຫັນວ່າທາງໂຮງຮຽນຕົກລົງເຫັນດີເປັນເອກະພາບຕາມບົດບັນທຶກທີ່ເຊັນສັນຍາກັນໃນປີຜ່ານມາເຊັ່ນ: ຈັດກິດຈະກຳແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ໄດ້ປີລະ 1 ຄັ້ງ, ໂຮງຮຽນເຫັນດີມອບໂກຕ່າທຶນຝຶກອົບຮົມທຸກສາຂາ ຈຳນວນ 20% ຂອງຈຳນວນນັກສຶກສາແຕ່ລະຊຸດຝຶກອົບຮົມ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ ເພື່ອນຳໄປໃຫ້ຊາວໜຸ່ມຜູ້ທີ່ດ້ອຍໂອກາດຜູ້ທີ່ຢາກຮຽນຕໍ່ວິຊາຊີບໄດ້ ເພື່ອເຮັດໃຫ້ຊາວໜຸ່ມມີວຽກເຮັດງານທຳຫຼຸດພົ້ນອອກຈາກຄວາມທຸກຍາກ.

ຈາກນັ້ນສະຫາຍ ທະນູວັນ ວົງມະນີ ພ້ອມດ້ວຍຄະນະ ໄດ້ເຂົ້າຊົມໂຮງເພາະເຫັດ ແລະ ເຂົ້າພົບປະກັບນັກຮຽນຜູ້ທີ່ໄດ້ທືນຈາກຄະນະຊາວໜຸ່ມແຂວງຈຳນວນ 14 ສະຫາຍ, ຍິງ 1 ສະຫາຍ

About admins14