ມອບລົດຈັກ ໃຫ້ແກ່ກອງບັນຊາການທະຫານເມືອງວຽງທອງ ແລະ ກອງຮ້ອຍ 251

     ຕອນບ່າຍຂອງວັນທີ 6 ເມສາ 2022 ຢູ່ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໂຄງການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ ນໍ້າຈວນ-ນໍ້າຊັ່ງ ໄດ້ນໍາເອົາພາຫະນະ ປະເພດລົດຈັກ ຮອນດາ ເວັບ ຈໍານວນ 2 ຄັນ ມາມອບໃຫ້ກອງບັນຊາການທະຫານເມືອງວຽງທອງ ແລະ ກອງຮ້ອຍທະຫານຊາຍແດນ 251 ເພື່ອນໍາໃຊ້ເຂົ້າໃນວຽກງານລາດຕາເວນຂອງໂຄງການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນນໍ້າຈວນ-ນໍ້າຊັ່ງ. ກ່າວມອບໂດຍທ່ານ ສາຄອນ ກຸນນາວົງ ຫົວໜ້າໂຄງການ, ກ່າວຮັບໂດຍທ່ານ ພັທ ໜາວຕູ້ ກາງປາວວື່ ຫົວໜ້າການທະຫານກອງບັນຊາການທະຫານເມືອງ ແລະ ທ່ານ ພັທ ບົວແກ້ວ ຄໍາພະໄຊ ຫົວໜ້າກອງຮ້ອຍທະຫານຊາຍແດນ 251 ໂດຍຊ້ອງໜ້າທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

About admin11