ຫົວໜ້າສະເພາະກິດຂັ້ນແຂວງ ລົງຊຸກຍູ້, ຕິດຕາມວຽກງານຢູ່ເມືອງປາກຊັນ, ຄຳເກີດ ແລະ ເມືອງ ວຽງທອງ

ໃນລະຫວ່າງວັນທີ 4-6 ເມສາ 2022 ນີ້ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ຫົວໜ້າສະເພາະກິດຂັ້ນແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ລົງຊຸກຍູ້,ຕິດຕາມການປະຕິບັດວຽກງານປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຕວິດ 19 ຂອງຄະນະສະເພາະກິດເມືອງ ປາກຊັນ, ຄຳເກີດ ແລະ ເມືອງ ວຽງທອງ.

ຄະນະສະເພາະກິດເມືອງປາກຊັນໄດ້ລາຍງານສະພາບໂດຍລວມໃນການເຄື່ອນໄຫວປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ ໂດຍຍົກໃຫ້ເຫັນຂໍ້ສະດວກ,ຂໍ້ຫຍູ້ງຍາກບາງດ້ານ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍປະຕິບັດຕາມຄຳສັ່ງຂອງຂັ້ນເທິງ ແລະ ນິຕິກຳຂອງຂອງເມືອງ ຄະນະສະເພາະກິດໄດ້ສູມໃສ່,ຕິດຕາມ ກວດກາ ແລະ ປະເມີນສະພາບຂອງການລະບາດໃນແຕ່ລະ ໄລຍະຂອງບັນດາບ້ານພາຍໃນເມືອງຢ່າງໃກ້ສິດ ແລະ ຕໍ່ເນື່ອງ, ສັງລວມລາຍງານປະຈຳວັນ ການເກັບຕົວຢ່າງໃນແຕ່ລະວັນ ສົ່ງໃຫ້ກອງເລຂາສະເພາະກິດຂັ້ນແຂວງ,ລົງສອບສວນກໍລະນີຜູ້ຕິດເຊື້ອ ເພື່ອຄົ້ນຫາກໍລະນີສຳພັດໃກ້ສິດ ແລະ ກັບຕົວຢ່າງໄປກວດວິເຄາະ ໃນທຸກກໍລະນີທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ນັບແຕ່ວັນທີ 1 ມີນາ 2022 ເປັນຕົ້ົນມາ ຕົວເລກສະສົມທັງໝົດ 215 ກໍລະນີ, ໃນນັ້ນ ແຮງງານນຳເຂົ້າ 74 ກໍລະນີ, ພາຍໃນ 141 ກໍລະນີ ຕິດເຊື້ອທັງໝົດ 353 ກໍລະນີ, ແຮງງານນຳເຂົ້າ 3 ກໍລະນີ, ພາຍໃນ 360 ກໍລະນີ.ປະຈຸບັນ ນໍາໃຊ້ເດີ່ນກິລາເປຕັງແຂວງເປັນສູນປິ່ນປົວ ແລະ ສູນຫຼັກ 6 ສຳລັບປິ່ນປົວຜູ້ຕິດເຊື້ອຮູນແຮງ, ນອກນັ້ນຍັງມີບຸກຄົນຈຳນວນໜື່ງປິ່ນປົວໂຕເອງຢູ່ເຮືອນ, ມີຜູ້ຕິດເຊື້ອ 363 ກໍລະນີ ປິ່ນປົວຫາຍດີ 363 ກໍລະນີ ມີຜູ້ເສຍຊີວິດ 7 ຄົນ ຍິງ 1 ຄົນ. ປະຈຸບັນສາມາດສັກວັກຊິນໃຫ້ປະຊາຊົນກູ່ມເປົ້າໝາຍ ເຂັມ 1 ໄດ້ 40,287 ຄົນ ເທົ່າກັບ 77,57%, ເຂັ້ມ 2 ໄດ້ 23,574 ຄົນ ເທົ່າກັບ 70,84%, ສຳລັບ ອາຍຸ 12-17 ປີ ໄດ້ 66,58% ສັງລວມສັກວັກຊີນຮອດປະຈຸບັນ ທຽບໃສ່ເປົ້າໝາຍ 97,53%, ທຽບໃສ່ປະຊາກອນ 74,94 %.

ເມືອງຄຳເກີດ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຈັດຕັ້ງບ້ານຢ່າງຕໍ່ເນື່ອງ ໄດ້ກຳນົດເອົາໂຮງໝໍຊຸມຊົນຄຳເກີດ, ໂຮງໝໍນ້ອຍ ທີ່ໄດ້ກຳນົດເປັນຈຸດຮັບບໍລິການສັກຢາວັກຊິນ,ປະຈຸບັນໄດ້ແຈກວັກຊີນຊະນິດ ຊີໂນຟາມ ເຂັ້ມ 1 ໄດ້ 25, 499 ຄົນ ແລະ ເຂັມ 2 ໄດ້ 22,663 ຄົນ, ຈອນສັນ ແອນ ຈອນສັນ ໄດ້ 8,725 ຄົນ,ແອັດຕາເຊເນກາ ເຂັມ 1 ໄດ້ 10, 023 ຄົນ ແລະ ເຂັມ 2 ໄດ້ 7,346 ຄົນ, ເຂັມ 3 ໄດ້ 9.033 ຄົນ ເທົ່າກັບ 11,92%, ສັກໃນເກນອາຍຸ 6-11 ປີໄດ້ 6728 ຄົນ ເທົ່າກັບ 8,81%,ສັງລວມໄດ້ຮັບວັກຊີນ ເຂັມ1 ໄດ້ 50.975 ໂດສ ເທົ່າກັບ 67,29 % , ເຂັມ 2 ໄດ້ 29,999 ໂດສ ເທົ່າກັບ 39,60% ແລະ ຄົບໂດສເທົ່າກັບ 51,01% ຂອງຈໍານວນພົນລະເມືອງ, ມີຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 701 ຄົນ, ໃນນັ້ນ, ນຳເຂົ້າ 56 ຄົນ ເສຍຊີວິດ 9 ຄົນ. ເມືອງວຽງທອງ ແຈກຢາຍວັກຊີນເຂັມ 1 ໄດ້ 24.507 ໂດສ, ເຂັ້ມສອງ13,071 ໂດສ ທຽບໃສ່ປະຊາກອນທົ່ວເມືອງ ເທົາກັບ 36% ທຽບໃສ່ປະຊາກອນກູ່ມເປົ້າໝາຍ 45%,ສັກເດັກອາຍຸ 6-11 ປີ ໄດ້ສັກທັງໝົດ 3,551 ຄົນ, ມີຜູ້ຕິດເຊື້ອສະສົມ 477 ຄົນ,ກໍາລັງຮັບການປີ່ນປົວ 27 ຄົນ.

ໂອກາດດັ່ງກ່າວນີ້ ທ່ານ ຄໍາແຫວນ ປັນຍານຸວົງ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ ຈົ່ງໄດ້ສືບຕໍ່ນຳພາ-ຊີ້ນຳຢ່າງຈິງຈັງ, ຕໍ່ເນື່ອງ ຕໍ່ກັບຄຳສັ່ງຂອງຂັ້ນເທິງ ເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງທາງດ້ານການເມືອງ, ແກ້ໄຂບັນຫາທີ່ເກີດຂື້ນຢ່າງທັນການ, ມີການປະສານງານລາຍງານສະພາບການໃນແຕ່ລະວັນ, ຄູ້ມຄອງ,ຕິດຕາມຜູ້ທີ່ຕິດເຊື້ອຢ່າໄກ້ຊິດ, ຖືເອົາການສັກວັກຊິນເປັນບູລິມະສິດທີ່ໜຶ່ງ ພ້ອມນັ້ນແຈກຢາຍວັກຊິນໃຫ້ປະຊາກອນກູ່ມເປົ້າໝາຍໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການ.

About admins14