ການນໍາເມືອງວູ່ກວາງ ອວຍພອນການນໍາເມືອງຄໍາເກີດ ເນືອງໃນໂອກາດປີໃໝ່ລາວ

        ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ເມືອງວູ່ກວາງ ແຂວງຮ່າຕິ່ງ ສ.ສ ຫວຽດນາມ ກັບ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ສປປ ລາວ. ໃນວັນທີ 5 ເມສາ 2022 ນີ້, ທ່ານ ນ. ຫງວຽນທິ ຮ່າເຕິ່ນ ກໍາມະການພັກແຂວງ ເລຂາພັກເມືອງວູ່ກວາງ ພ້ອມດ້ວຍຄະນະການນໍາເມືອງວູ່ກວາງ ແຂວງຮ່າຕິ່ງ ສ.ສ ຫວຽດນາມ ໄດ້ເດີນທາງມາອວຍພອນການນໍາເມືອງຄໍາເກີດ ເນື່ອງໃນໂອກາດປີໃໝ່ລາວ ພສ 2565 ກ່າວຕ້ອນຮັບໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ.

        ເນື່ອງໃນໂອກາດດັ່ງກ່າວ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ເປັນກຽດຢ່າງຍິ່ງທີ່ໄດ້ມີໂອກາດຕ້ອນຮັບຜູ້ນໍາຂັ້ນສູງຂອງເມືອງວູ່ກວາງ ແຂວງ ຮ່າຕິ່ງ ສ.ສ ຫວຽດນາມ ພ້ອມນັ້ນ ທ່ານຍັງໄດ້ໃຫ້ຮູ້ທີ່ຕັ້ງ ແລະ ຈຸດພິເສດ ຂອງເມືອງຄໍາເກີດ ທ່ານກ່າວວ່າ: ເມືອງຄໍາເກີດມີເນື້ອທີ່ຄຸ້ມຄອງທັງໝົດ 2.510 ກິໂລຕາແມັດ ເປັນພູດອຍກວມ 2/3 ຂອງເນື້ອທີ່ທັງໝົດ ແບ່ງອອກເປັນ 8 ກຸ່ມບ້ານພັດທະນາ ມີ 62 ບ້ານ, ມີ 14.259 ຄອບຄົວ, ມີພົນລະເມືອງທັງໝົດ 75.749 ຄົນ; ການຂະຫຍາຍຕົວຂອງເສດຖະກິດຂອງເມືອງຢູ່ໃນລະດັບ 7,6%, ລາຍຮັບທຽບຖານ (LGDP) ສາມາດບັນລຸ 1.298 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 16 ລ້ານກວ່າກີບ/ຄົນ/ປີ; ການຈັດຕັ້ງປະຕິບັດການພັດທະນາພື້ນຖານໂຄງລ່າງມີ 19 ໂຄງການ ມູນຄ່າ 10,18 ຕື້ກວ່າກີບ. ຈາກນັ້ນ ການນໍາທັງສອງເມືອງກໍ່ໄດ້ອວຍພອນເຊິ່ງກັນ ແລະ ກັນພ້ອມທັງ ມອບຂອງຂວັນເພື່ອເປັນທີ່ລະນຶກໃຫ້ກັບບັນດາການນໍາເມືອງ ແລະ ໃນໂອກາດດັ່ງກ່າວການນໍາເມືອງຄໍາເກີດໄດ້ນໍາພາຂະບວນການນໍາເມືອງ ວູ່ກວາງ ທັດສະນະຊົມສວນໝາກກ້ຽງ ທ່ານ ບຸນເສີຍ ບ້ານໜອງອໍ້, ຊົມຕາດໃກ້ ບ້ານທ່າບັກ ແລະ ຊົມແຫຼ່ງທ່ອງທ່ຽວວັງນໍ້າເຢັນ ບ້ານນາປ່າຫວ້ານ.

About admin11