ມອບລົດຈັກທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ.

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 24-25 ມີຖຸນາ 2021 ໄດ້ຮັບແຈ້ງຄວາມຈາກທ່ານ ທົງສະຫວັດ ໄຊຍະສານ ພະນັກງານຢູ່ພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄຳພູວົງ ໄຊຍະລາດ ບ້ານປາກຊັນ ທັງ 2 ທ່ານ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ວ່າ: ໃນຄັ້ງວັນທີ 15 ມີຖຸນາ 2021 ມີຄົນຮ້າຍມາລັກເອົາລົດຢູ່ພະແນກແຜນການ ແລະ ການລົງທຶນແຂວງ ຈໍານວນ 02 ຄັນ ແລະ ໃນຄັ້ງວັນທີ 24 ມີຖຸນາ 2021 ມາລັກລົດຂອງທ້າວ ຄໍາພູວົງ ໄຊຍະລາດ ຢູ່ເຮືອນຂອງຕົນ ພາຍຫຼັງໄດ້ຮັບແຈ້ງເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ຮີບດ່ວນລົງໄປກວດກາ, ຊັນນະສູດສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນ, ຈື່ງສາມາດກຳນົດເປົ້າໝາຍພັກພວກໄດ້, ຕົກມາຮອດວັນທີ 25 ມີຖຸນາ 2021 ຈື່ງສາມາດກັກຕົວເປົ້າໝາຍຄື: ທ້າວ ອຸໄທ ອາຍຸ 24 ປີ ປະຊາຊົນ ບ້ານ ນ້ຳງຽບ, ເມືອງປາກຊັນ ແຂວງບໍລິຄຳໄຊ ພ້ອມຂອງກາງລົດຈັກ 1 ຄັນ, ແລ້ວທຳການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການໄດ້ຄື: 1 ທ້າວ ຄອນສະຫວັນ ອາຍຸ 29 ປີ ປະຊາຊົນ ບ້ານ ດົງນາໂຊກ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, 2 ທ້າວ ມືດ ອາຍຸ 21 ປີ ປະຊາຊົນ ບ້ານ ເດີ່ນປ້ອມ ເມືອງອາດສະພອນ ແຂວງສະຫວັນນະເຂດ, 3 ທ້າວ ໄມຈັນ ອາຍຸ 29 ປີ ປະຊາຊົນ ບ້ານ ປາກປາງ ເມືອງປາກກະດິງ ແຂວງບໍລິຄຳໄຊ

ຈາກນັ້ນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍລິຄຳໄຊ ກໍ່ໄດ້ດໍາເນີນການສືບສວນ-ສອບສວນ ແລະ ແຈ້ງຫາຜູ້ເປັນເຈົ້າຂອງລົດພ້ອມທັງແຈ້ງໃຫ້ນໍາເອົາເອກະສານມາຢັ້ງຢືນເອົານໍາເຈົ້າໜ້າທີ່ຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບກົດໝາຍ. ດັ່ງນັ້ນມາໃນຕອນບ່າຍ 28 ກໍລະກົດ 2021 ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍລິຄຳໄຊ ຈື່ງໄດ້ມອບລົດຈັກທີ່ຖືກຄົນຮ້າຍລັກໄປຈຳນວນ 5 ຄັນມອບຄືນໃຫ້ເຈົ້າຂອງເດີມ. ກ່າວມອບໂດຍ ທ່ານ ຮ້ອຍເອກ ເຄນສອນ ອ່ອນປະສິດ ຮອງກອງສອບສວນ ພະແນກສືບສວນ-ສອບສວນ ປກສ ແຂວງ, ຕາງໜ້າກ່າວຮັບໂດຍ ທ່ານ ທົງສະຫວັດ ໄຊຍະສານ, ມີເຈົ້າໜ້າທີພະເເນກຕໍາຫຼວດສືບສວນ-ສອບສວນ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

About admin11