ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຕິດຕາມການສອບເສັງຈົບຊັ້ນ ມໍ 7

ໃນລະຫວ່າງວັນທີ 28 – 29 ກໍລະກົດ 2021 ທ່ານ ລົມ ແພງສຸກ ຫົວໜ້າ ພະແນກ ສຶກສາທິການ ແລະ ກິລາແຂວງ ທັງເປັນຄະນະປະທານການ ການສອບເສັງຈົບຊັ້ນຂັ້ນແຂວງ ໄດ້ລົງຕິດຕາມກວດກາ ການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ຢູ່ເມືອງວຽງທອງ ແລະ ເມືອງ ໄຊຈໍາພອນ.

ການສອບເສັງຈົບຊັ້ນມັດທະຍົມຕອນປາຍໃນປີນີ້ ຢູ່ເມືອງວຽງທອງ ມີ 1 ສູນສອບເສັງ ຄື ສູນສອບເສັງ ມ.ສ ວຽງທອງ ມີນັກຮຽນເຂົ້າສອບເສັງທັງໝົດຈໍານວນ 282 ຄົນ, ຍິງ 106 ຄົນລວມມີ 13 ຫ້ອງສອບເສັງ, ສະເລ່ຍຫ້ອງລະ 19 – 22 ຄົນ ແລະ ເມືອງ ໄຊຈໍາພອນ ປະກອບມີ 1 ສູນຄື : ສູນສອບເສັງ ມ.ສ ໂພນສີ ມີນັກສອບເສັງທັງໝົດຈໍານວນ 75 ຄົນ ຍິງ 22 ຄົນ ມີ 4 ຫ້ອງ, ຫ້ອງລະ 19 – 22 ຄົນ.

ເນື່ອງໃນໂອກາດທີ່ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງຕິດຕາມການສອບເສັງຈົບຊັ້ນຢູ່ສອງເມືອງໃນຄັ້ງນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຄູອາຈານ ຄະນະກໍາມະການຕິດຕາມການສອບເສັງແຕ່ລະຂັ້ນ ຈົ່ງໄດ້ເອົາໃຈໃສ່ຕໍ່ລະບຽບການໃນດ້ານຕ່າງໆ ທີ່ຄະນະກໍາມະການສອບເສັງໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດສອບສູງ ພ້ອມທັງລາຍງານສະພາບການໃນດ້ານຕ່າງໆ ຢ່າງເປັນປົກກະຕິ ເພຶອຕ່ານປະກົດການຫຍໍ້ທໍໃນດ້ານຕ່າງໆ ເພຶ່ອບໍໃຫ້ມີຜົນກະທົບ ຫ່າງສຽງຈາກສັງຄົມ ແນ່ໃສເພຶ່ອເຮັດ ໃຫ້ບັ້ນສອບເສັງ ຈົບຊັ້ນ ມ. 7 ໃນຄັ້ງນີ້ ປະສົບຜົນສໍາເລັດຢ່າງມີປະສິດທິພາບ.

About admins16