ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄຳເກີດ ຄັ້ງທີ VI ສະໄໝທີ IX

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເປັນ ໃນລະຫວ່າງວັນທີ 28-29 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງ,  ພາຍໃຕ້ການເປັນປະທານຂອງສະຫາຍ ເພັດສະໃໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄຳເກີດ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າກອງບັນຊາການ ປກຊ-ປກສ, ຄະນະພັກຮາກຖານກຸ່ມບ້ານ, ເລຂາພັກບ້ານ-ນາຍບ້ານ 11 ບ້ານ ພາຍໃນເທດສະບານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງ ຄັ້ງຜ່ານມາ ແລະ ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ເຫັນວ່າ ທົ່ວເມືອງມີຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ການຈັດ ຕັ້ງແຕ່ລະຂັ້ນ ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນທຸ່ນທ່ຽງ ຕັ້ງຫນ້າຟື້ນຟູ ແລະ ພັດທະນາເສດຖະກິດຄອບຄົວຂອງຕົນ, ສາມາດແກ້ໄຂ, ຄວບຄຸມ, ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງຕໍ່ເນື່ອງ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາຄິດ-ຄໍາເຫັນຕາມຄຳຖາມເຈາະຈີ້ມບາງດ້ານ ແລະ ພ້ອມກັນວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໃຫ້ໄປຄຽງຄູ່ກັບສະພາບວຽກງານຕົວຈິງ.

ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ກ່າວຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ຄະນະບໍລິຫານງານພັກເມືອງຄຳເກີດຍາດມາໄດ້ໄລຍະຜ່ານມາ ແລະ ກໍ່ໄດ້ເນັ້ນໜັກໃຫ້ ເອົາໃຈໃສ່ບັນຫາການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ເພີ່ມທະວີຍົກສູງຄຸນນະພາບ, ປັບປຸງ, ກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ວຽກ ປກຊ, ປກສ ແກ້ໄຂບັນຫາ 4 ເຖື່ອນ ແລະ ເອົາໃຈໃສ່ໃນການສ້າງຄວາມເຂັ້ມແຂງການຈັດເກັບລາຍຮັບເຂົ້າງົບປະມານ, ສຶບຕໍ່ຊີ້ນຳ-ນຳພາ ສູ້ຊົນຈັດຕັ້ງປະຕິບັດແຜນຍຸດທະສາດວຽກງານຮອບດ້ານໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

About admin11