ມອບນາມມະຍົດຊາວໝຸ່ມ 4 ບຸກ ໃຫ້ຮາກຖານຊາວໜຸ່ມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

        ພິທີ ມອບ-ຮັບໃບຢັ້ງຢືນ 4 ບຸກ ຂອງຮາກຖານຊາວໜຸ່ມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2020​ ຢູ່ທີ່ຫ້ອງປະຊູມພະແນກດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານດັ່ງກ່າວ ເຂົ້າຮ່ວມ.

        ສະຫາຍ ລົມເຢັນ ສີສຸວົງ ເລຂາຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານວ່າ: ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບມີ ເລຂາ 1 ສະຫາຍ, ຮອງ 1 ສະຫາຍ, ຄະນະ 3 ສະຫາຍ, ມີສະມາຊິກທັງໝົດ 90 ສະຫາຍ, ຍິງ 37 ສະຫາຍ, ຜ່ານມາໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານຕ່າງໆ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ, ການຝຶກຝົນຫຼໍ່ຫຼອມຮ່ຳຮຽນເອົາແນວທາງການເມືອງຂອງພັກ-ລະບຽບກົດໝາຍຂອງລັດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ດ້ານວິຊາສະເພາະຂອງຂະແໜງການຕ່າງໆ ໄດ້ຕັ້ງໜ້າຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ວຽກງານຫຼາຍດ້ານໄດ້ພົ້ນເດັ່ນ ແລະ ເປັນແບບຢ່າງໃຫ້ກັບສັງຄົມ ຜ່ານການຈັດຕັ້ງປະຕິບັດສາມາດຈັດປະເພດ ດ້ານການເມືອງ-ແນວຄິດ ປະຕິບັດໄດ້ 95%, ການຝຶກຝົນຫຼໍ່ຫຼອມຮ່ຳຮຽນ ປະຕິບັດໄດ້ 94%, ດ້ານວຽກງານຈັດຕັ້ງ ປະຕິບັດໄດ້ 95%, ດ້ານວິຊາຊີບສ້າງ ແລະ ສ້າງວຽກເຮັດງານທຳ ປະຕິບັດໄດ້ 97%.

       ເພື່ອເປັນການຢັ້ງຢືນເຖີງຜົນງານ ແລະ ຮັບຮອງເອົາຮາກຖານຊາວໜຸ່ມຂອງພະແນກດັ່ງກ່າວ ເປັນຮາກຖານຊາວໜຸ່ມ 4 ບຸກນັ້ນ ສະຫາຍເລຂາຄະນະບໍລິຫານງານຊາວໝຸ່ມແຂວງ ກໍ່ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານຊາວໜຸ່ມພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຢ່າງສົມກຽດ.

        ຕອນທ້າຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຊາວໜຸ່ມແຂວງກໍ່ໄດ້ມີຄຳເຫັນໂອ້ລົມເຊິ່ງ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຮາກຖານຊາວໜຸ່ມທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃນໂອກາດດຽວກັນທ່ານກໍ່ໄດ້ເນັ້ນໃຫ້ທາງຄະນະຮາກຖານຊາວໜຸ່ມ ກໍ່ຄືສະມາຊິກທຸກສະຫາຍ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງຕໍ່ເນື່ອງ ເພື່ອຮັກສາມູນເຊື້ອນາມມະຍົດດັ່ງກ່າວນັ້ນໄວ້ຕະຫຼອດໄປ.

About admin11