ປະທານຄະນະກຳມະການປ້ອງກັນ ແລະ ຕ້ານໄພພິບັດຂັ້ນແຂວງ ລົງມອບເຄື່ອງໃຫ້ປະຊາຊົນບ້ານທົ່ງພັນຄຳ

ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍວັນ ໃນທ້າຍເດືອນ ກໍລະກົດ ຫາ ຕົ້ນເດືອນສິງຫາ 2020 ຈົນເຮັດໃຫ້ເກີດມີນໍ້າຖ້ວມ, ນໍ້າຂັງຫຼາຍແຫ່ງພາຍໃນເມືອງບໍລິຄັນ ໂດຍສະເພາະ ແມ່ນຈຳນວນບ້ານຕ່າງໆລຽບຕາມແມ່ນໍ້າຊັນເທດສະບານເມືອງ ບໍລິຄັນ ແລະ ບາງບ້ານຂອງເມືອງປາກຊັນ ແມ່ນມີຫຼາຍຈຸດຖືກຖ້ວມເປັນບໍລິເວນກວ້າງ.

ໃນວັນທີ 6 ສິງຫາ 2020 ນີ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການປ້ອງກັນ ແລະ ຕ້ານໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາຄວາມເສຍຫາຍຈາກນໍ້າຖ້ວມຢູ່ເທດສະບານ ແລະ ບັນດາບ້ານພາຍໃນເມືອງ ບໍລິຄັນ ໂດຍການນຳພາທາງຂອງທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ.

ການລົງຕິດຕາມ, ກວດກາ ຄັ້ງນີ້ ທ່ານໄດ້ໄດ້ເອົາເຄື່ອງ ອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໄປມອບໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ ໃນນັ້ນ ມີນໍ້າດື່ມຕຸກໃຫຍ່ 20 ລິດ ຈຳນວນ 220 ຕຸກ, ນໍ້າດື່ມຕຸກ 1.5 ລິດ 250 ຕຸກ ແລະ ໜີ່ຈໍານວນ 10 ແກັດໃຫຍ່  ໄປມອບໃຫ້ປະຊາຊົນບ້ານທົ່ງພັນຄໍາ ເນື່ອງຈາກບ້ານດັ່ງກ່າວ ຖືກນໍ້າຖ້ວມຫຼາຍກ່ວາໝູ່ ແລະ ຖ້ວມມາເປັນເວລາ 6 ວັນແລ້ວ, ເສັ້ນທາງຄົມມະນາຄົມຖືກຕັດຂາດຫຼາຍຈຸດ, ລະບົບນໍ້າລິນຖືກເສຍຫາຍ ເຮັດໃຫ້ປະຊາຊົນຂາດນ້ຳດື່ມ-ນ້ຳໃຊ້ທີ່ຈຳເປັນ, ການເດີນທາງໄປມອບເຄື່ອງໃນຄັ້ງນີ້ ແມ່ນມີຄວາມຫຍູ້ງຍາກຫຼາຍ ເສັ້ນທາງຄົມມະນາຄົມຫຼາຍບ່ອນຖືກນໍ້າຖ້ວມ.

ໃນສະພາວະສຸກເສີນດັ່ງກ່າວນີ້: ທ່ານຮອງເຈົ້າແຂວງ ຍັງໄດ້ເນັ້ນໃຫ້ການນຳຂັ້ນເມືອງ ຈົ່ງໄດ້ລົງໄກ້ສິດຕິດແທດ, ຕິດຕາມກວດກາສຸຂະພາບຂອງພໍ່ແມ່ປະຊາຊົນ, ເກັບກຳຂໍ້ມູນຜົນເສຍຫາຍຂອງຜົນຜະລິດ, ພ້ອມຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງໄດ້ມີສະຕິລະວັງຕົວ ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຮັກສາຊີວິດ ແລະ ຊັບສິນຕ່າງໆຂອງຕົນ ນໍາເອົາສັດລ້ຽງໄປໄວ້ບ່ອນສູງ, ພາຍຫຼັງນໍ້າຫຼຸດລົງ ຈົ່ງໄດ້ຮັກສາຄວາມສະອາດພາຍໃນເຮືອນ ເພື່ອຕ້ານການແຜ່ລະບາດຂອງພະຍາດທີ່ຕາມມາ ແລະ ເນັ້ນໃຫ້ຂະແໜງສາທາລະນະສຸກແຂວງ, ເມືອງ ລົງຕິດຕາມ, ກວດສຸຂະພາບ ແຈກຢາຍຢາປົວພະຍາດ ໃຫ້ພໍ່ແມ່ປະຊາຊົນ ແລະ ສັດລຽ້ງ ເພື່ອປ້ອງກັນຮັບມືທັນກັບພະຍາດທີ່ອາດຈະເກີດຂື້ນຫຼັງນໍ້າແຫ້ງ.

ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ຍັງໄດ້ລາຍງານວ່າ: ມາຮອດປະຈຸບັນ ທົ່ວເມືອງມີນໍ້າຖ້ວມ 8 ບ້ານ 473 ຄົວເຮືອນ, ໃນນັ້ນຖ້ວມໜັກກວ່າໝູ່ແມ່ນບ້ານທົ່ງພັນຄໍາ ເກືອບໝົດບ້ານ, ເນື້ອທີ່ນາຖືກເສຍຫາຍ 46 ກ່ວາເຮັກຕ່າ, ສັດລ້ຽງເສຍຫາຍ ຄວາຍ 1 ໂຕ, ໝູ 33 ໂຕ, ແບ້ 4 ໂຕ ແລະ ໄກ່ 65 ໂຕ, ພາຍຫຼັງນໍ້າແຫ້ງຈະໄດ້ເກັບກຳຂໍ້ມູນຜົນເສຍຫາຍຄືນ ພ້ອມທັງວາງແຜນປັບປຸງພື້ນຖານໂຄງລ່າງທີ່ໄດ້ຮັບຜົນເສຍຫາຍ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງພາກລັດ, ບໍລິສັດ, ຜູ້ປະກອບການດ້ານທຸລະກິດ ເຂົ້າມາມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້.

About admin11