ຫົວໜ້າ ຄະນະສະເພາະກິດຂັ້ນສູນກາງ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຊຸກຍູ້ວຽກງານຢູ່ແຂວງບໍລິຄໍາໄຊ

ເພື່ອເປັນການຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ບັນດາມາດຕະການ ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ໃນຕອນເຊົ້າວັນທີ 3 ສິງຫາ 2021 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຮ່ວມເຮັດວຽກກັບຄະນະສະເພາະກິດຂອງແຂວງບໍລິຄໍາໄຊ ໂດຍການຕ້ອນຮັບຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ກ່ອນອື່ນ ທ່ານຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ໄດ້ລົງໄປສໍາຫຼວດເບີ່ງສູນກັກກັນແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ ແລະ ສູນປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ຈໍານວນ 3 ແຫ່ງ ທີ່ຄະນະສະເພາະກິດຂອງແຂວງໄດ້ກໍານົດໄວ້, ໃນນີ້ ມີສູນປິ່ນປົວ ຫຼັກ 6, ສູນກັກກັນ ສູນຊາວໜຸມແຂວງ ແລະ ສູນກັກກັນ ໂຮງຮຽນນາຍ 10 ປກສ ຊັນຕົ້ນ ເລກ 4 ແຂວງ ບໍລິຄໍາໄຊ.

ແຕ່ລະແຫ່ງ ທ່ານຫົວໜ້າຄະນະສະເພາະກິດຂັ້ນສູນກາງ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນດ້ານຕ່າງໆ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍພາຍໃນສູນ ເປັນຕົ້ນແມ່ນ ການປ້ອງກັນເວນຍາມ ການຮັກສາໄລຍະຫ່າງ ການກໍານົດຂອບເຂດບໍລິເວນ ຂອງຜູ້ຕິດເຊື່ອ ແລະ ອື່ນໆ.

ປະຈຸບັນ ແຂວງ ບໍລິຄໍາໄຊ ມີຜູ້ຕິດເຊື້ອໂຄວິດສະສົມລວມທັງໝົດ 32 ກໍລະນີ ປິ່ນປົວຫາຍດີແລ້ວ 3 ກໍລະນີ ແລະ ກໍາລັງປິ່ນປົວ 29 ກໍລະນີ, ການຕິດເຊື້ອ ທັງໝົດພາຍໃນແຂວງ ແມ່ນກໍລະນີຈາກແຮງງານນໍາເຂົ້າຈາກຕ່າງປະເທດ.

ໃນໂອກາດດຽວກັນທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ຜູ້ທີ່ກຳລັງຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ຢູ່ສະຖານທີ່ຕ່າງໆ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງລັັັັດຖະບານ ຕໍ່ແຮງງານລາວ, ນະໂຍບາຍຂອງລັດຖະບານ ໂດຍສະເພາະ ການໄປອອກແຮງງານຢູ່ຕ່າງປະເທດ, ຄວາມເອົາໃຈໃສ່ ແລະ ພະຍາຍາມ ໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ, ເຫດຜົນ ແລະ ຄວາມຈຳເປັນ ທີ່ຕ້ອງນຳຜູ້ທີ່ມີຄວາມສ່ຽງຕິດເຊື້ອ ເຂົ້າກັກບໍລິເວນ, ຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ແລະ ອື່ນໆ.

ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ອົດທົນ, ທຸ່ນທ່ຽງ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງ ຍາກຕ່າງໆໄປພ້ອມກັນ, ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີຄະນະສະເພາະກິດແຂວງວາງອອກຢ່າງເຂັ້ມງວດ.

About admins14