ມສ ທ່າພະບາດ ເປີດງານແຂ່ງຂັນກິລາ-ສີລະປະ ຕ້ານຢາເສບຕິດ

   

 

ໃນວັນ 23 ທັນວາ 2020 ນີ້ ຢູ່ທີ່ ໂຮງຮຽນ ມ.ສ ທ່າພະບາດ ໄດ້ຈັດພິທີເປີດງານການແຂ່ງຂັນກິລາ-ສິລະປະ ຕ້ານຢາເສບຕິດ ຂອງນັກຮຽນປະຖົມ ແລະ ມັດທະຍົມ ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ຂື້ນ ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍທ່ານ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ, ມີແຂກຖືກເຊີນຈາກຫ້ອງການອ້ອມຂ້າງພາຍໃນເມືອງ ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານດັ່ງກ່າວແມ່ນ ເພື່ອຊຸກຍູ້ສົ່ງເສີມການຈັດການຮຽນ – ການສອນ ພາລະ-ສີລະປະສຶກສາ ແລະ ກິລາໃນໂຮງຮຽນ ທັງສ້າງເງື່ອນໄຂໃຫ້ນັກຮຽນ ເວົ້າລວມ, ເວົ້າສະເພາະ ແມ່ນ ນັກຮຽນປະຖົມ ແລະ ມັດທະຍົມສຶກສາ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນທາງດ້ານກິລາກາຍຍະກໍາ ເຊິ່ງກັນ ແລະ ກັນ ແລະ ໄດ້ສ້າງຄວາມສາມັກຄີຮັກແພງເປັນຈິດໜຶ່ງໃຈດຽວ ເກີດມີແນວຄິດມັກ ແລະ ຫຼິ້ນກິລາກາຍະກໍາໃຫ້ເປັນຂະບວນຟົດຟື້ນຢ່າງກວ້າງຂວາງ ຮູ້ຮັກການອອກກໍາລັງກາຍ ໂດຍຕິດພັນກັບສຸຂະພາບຫ່າງໄກຈາກສິ່ງເສບຕິດຕ່າງໆ ມີສະຕິຕື່ນຕົວຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນນັກຮຽນທີ່ດີ ເປັນລູກຫຼານທີ່ດີຂອງຜູ້ປົກຄອງ ເປັນພົນລະເມືອງດີຂອງຊາດ ແລະ ປະກອບສ່ວນ ຕັ້ງໜ້າຜັນຂະຫຍາຍ 5 ຫຼັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປາກົດຜົນເປັນຈິງ.

ການແຂ່ງຂັນກິລາໃນຄັ້ງນີ້ ມີ 06 ປະເພດ ຄື:​ ບານເຕະ ຍິງ – ຊາຍ, ກະຕໍ້, ເປຕັ່ງ , ໝາກເສິກ , ບານສົ່ງ ຍິງ – ຊາຍ , ແລ່ນ – ລານ ແລະ ຈະໃຊ້ເວລາໃນການແຂ່ງຂັນຈົນເຖີງ ເດືອນ ພຶດສະພາ 2021 ຈຶ່ງຈະສຳເລັດ.

 

About admin11