ບໍລິຄຳໄຊ ກະກຽມການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ພິທີເປີດຊຸດອົບຮົມເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 25 ທັນວາ 2020 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ມີພະນັກງານຫຼັກແຫຼ່ງຂອງແຂວງ-ເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານປະທານໄດ້ຍົກໃຫ້ເຫັນເນື້ອໃນທີ່ສຳຄັນຂອງມະຕິກົມການເມືອງສູນກາງພັກ ເລກທີ 118/ກມສພ, ລົງວັນທີ 7 ກັນຍາ 2020 ວ່າດ້ວຍການເພີ່ມທະວີຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ວ່າ: ພັກເຮົາຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ ເປັນການສືບຕໍ່ສ້າງ ແລະ ບູລະນະ ລັດປະຊາທິປະໄຕປະຊາຊົນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເປັນການເສີມຂະຫຍາຍສິດປະຊາທິປະໄຕ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນເຂົ້າຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍຮັບປະກັນໃຫ້ຖືກຕ້ອງຕາມກົດໝາຍ, ປະຢັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ ຄື: ຜູ້ມີສິດປ່ອນບັດ ຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງ, ຮັບປະກັນບໍ່ໃຫ້ມີບັດຕາຍ ແລະ ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງ ຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ ໃຫ້ໄດ້ 100%, ການເລືອກເຟັ້ນເອົາຜູ້ທີ່ມມາດຖານເງື່ອນໄຂລົງສະໝັກ ເປັນວຽກງານສຳຄັນ ຂອງການກະກຽມແກ່ການເລືອກຕັ້ງຄັ້ງນີ້ ຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະກຳມະການເລືອກຕັ້ງຂອງຕົນ ໃນການກະກຽມກແຜນ ແລະ ປະສານສົມທົບກັບບັນດາຂະແໜງການ ເພື່ອເລືອກເຟັ້ນເອົາຜູ້ທີ່ຈະລົງສະໝັກເລືອກຕັ້ງ ບົນພື້ນຖານຜົນຂອງການເລືອກຕັ້ງໃນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ທັງນີ້ກໍ່ເພື່ອເຮັດໃຫ້ການເລືອກຕັ້ງ ສສຊ ແລະ ສສຂ ຊຸດນີ້  2021-2026  ໃຫ້ໄດ້ຮັບຜົນດີ, ມີມາດຖານເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໃນນັ້ນ ຖືຄຸນນະພາບເປັນສຳຄັນ ມີໂຄງປະກອບທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ກາງ ແລະ ອາວຸໂສ ໃນອັດຕາສ່ວນທີ່ເໝາະສົມ, ສູ້ຊົນ ແລະ ຮັບປະກັນ ເລືອກຕັ້ງໄດ້ ສສຊ ແລະ ສສຂ ຄົບຖ້ວນຕາມຈຳນວນທີ່ໄດ້ກຳນົດໄວ້  ສສຊ ຈຳນວນ 164 ທ່ານ ແລະ ສສຂ 510 ທ່ານ .

About admins16