ເຈົ້າໜ້າທີ່ການຄ້າເມືອງປາກຊັນ ລົງກວດກາສິນຄ້າທີ່ໝົດອາຍຸການບໍລິໂພກ

ເພື່ອເປັນການປົກປ້ອງຜູ້ຊົມໃຊ້ສິນຄ້າ ໃນລະຫວ່າງວັນທີ 23 ຫາ 26 ທັນວາ 2020 ເຈົ້້າໜ້າທີ່ໜ່ວຍງານການຄ້າພາຍໃນ ຂອງຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ນຳໂດຍ ທ່ານ ວັດທະນາ ສຸກສາຄອນ ສົມທົບກັບເຈົ້າໜ້າຂະແໜງການການຄ້າແຂວງ, ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ຢູ່ເທດສະບານເມືອງປາກຊັນ ແຂວງບໍລິຄຳໄຊ.

ຜ່ານການຈັດ​ຕັ້ງ​ປະຕິບັດ​ຂອງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ລົງ​ກວດກາ​ສິນຄ້າ​ໝົດ​ອາຍຸ​ການ​ບໍລິ​ໂພ​ກ ​ແລະ ອຸປະ​ໂພ​ກ ຂອງ​ຄະນກຳມະການ​ຂັ້ນ​ເມືອງ ສາມາດກວດໄດ້ແລ້ວ 43 ຮ້ານ ​ພົບ​ເຫັນ​ສິນຄ້າ​ໝົດ​ອາຍຸ​ ຈຳນວນ 10 ຮ້ານ ເປັນຕົ້ນແມ່ນເຂົ້າໜົມ, ໝີ່ ມີກິ່ນຂິວ, ຕີນໄກ່, ອາຫານທະເລຈຳນວນໜຶ່ງ, ປະເພດເຂົ້າໜົມເສັ້ນນໍາເຂົ້າຕ່າງປະເທດ, ຢາສູບ ທີ່ວາງຈຳໜ່າຍຢູ່ທ້ອງຕະຫຼາດ, ຮ້ານສະດວກຊື້ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ. ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຢຶດສິນຄ້າທີ່ໝົດອາຍຸບໍລິໂພກ, ອຸປະໂພກ ແລະ ເຂົ້າໜົມທີ່ມີລົດຊາດກິ່ນຂິ່ວ ພ້ອມ​ທັງ​ສຶກສາ​ອົບຮົມ, ກ່າວ​ເຕື່ອນ ​ແລະ ​ໃຊ້​ມາດ​ຕະການ​ປັບ​ໄໝ​ຕາມ​ລະບຽບ​ກົດໝາຍ​ ຕໍ່ກັບຜູ້ປະກອບການຫ້າງຮ້ານ.

 

ທັ້ງນີ້, ​ເພື່ອ​ເປັນ​ການ​ສະກັດ​ກັ້ນ ​ແລະ ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ ​ໃນ​ການນຳ​ໄປ​ຊົມ​ໃຊ້, ການປຸງ​ແຕ່ງ​ເປັນ​ອາຫານ, ການ​ຮັບ​ປະທານອາຫານໃຫ້​ມີ​ຄວາມ​ປອດ​ໄພ​ຈາກສານພິດເຈືອປົນ ແລະ ພະຍາດຕ່າງໆ ທັງ​ເປັນ​ການສະກັດກັ້ນການ​ເອົາ​ລັດ​ເອົາ​ປຽບ​ຂອງ​ຜູ້​ຊື້ ​ແລະ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການຂອງ​ກົດໝາຍ​ວາງ​ອອກ​ໃຫ​ເຂັມງວດ.

ສ່ວນສິນຄ້າທີ່ຢຶດມາໄດ້ນັ້ນ ຈະໄດ້ສັງລວມໄວ້ ເພື່ອນຳໄປຈູດ ຫລື ທຳລາຍຖີ້ມ.

About admins16