ມູນນິທິ ຊີລອມ ມອບເຄື່ອງຜ່າຕັດແກ່ນຕາຂຸຸ້ນ ໃຫ້ໂຮງໝໍແຂວງ ບໍລິຄໍາໄຊ

ພິທີມອບ-ຮັບ ເຄື່ອງຜ່າຕັດແກ່ນຕາຂຸ້ນ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກ ມູນນິທິຊີລອມເຊັນເຕີ ປະເທດເກົາຫຼີ (Siloam Center South Korea) ຈຳນວນ 1 ເຄື່ອງ, ມູນຄ່າ 34.325 ໂດລ່າ ໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2020 ຢູ່ໂຮງໝໍແຂວງບໍລິຄໍາໄຊ ມອບໂດຍ ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ແລະ ຮັບໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອໍານວຍການໂຮງໝໍແຂວງ ໂດຍຊ້ອງໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ດຣ ຄໍາພົ້ວ ສຸດທິສົມບັດ ຄະນະພັກກະຊວງສາທາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການ ແລະ ບັນດາພະນັກງານແພດໝໍ ເຂົ້າຮ່ວມເປັນສັກຂີພະຍານ.

ເພື່ອຢັ້ງຢືນເຖິງຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນຊ່ວຍເຫຼືອ ເຂົ້າໃນວຽກງນສາທາລະນະສຸກ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແກ່ມູນນິທິ ຊີລອມເຊັນເຕີ ປະເທດເກົາຫຼີ ຕາງໜ້າຮັບໂດຍ ທ່ານ ດຣ ຄໍາພົ້ວ ສຸດທິສົມບັດ ແລະ ມອບໃບກຽດຕິຄຸນໃຫ້ ສຸນປິ່ນປົວ ແລະ ຮັກສາສຸຂະພາບຕາ ຮັບໂດຍ ທ່ານ ດຣ ຄຳຄູນ ໂຫລານຸພາບ. ຫຼັງຈາກນັ້ນທ່ານອໍານວຍການໂຮງໝໍແຂວງ ຍັງໄດ້ນໍາພາບັນດາແຂກທີ່ເຂົ້າຮ່ວມ ສໍາຫຼວດເບີ່ງເຄື່ອງມື ແລະ ອຸປະກອນການແພດ ທີ່ໃຊ້ໃນການປິ່ນປົວຕາປະເພດຕ່າງໆ ແລະ ຫ້ອງນອນແຍກປ່ຽວ ສະເພາະຄົນເຈັບພະຍາດໂຄວິດ-19 ຖ້າເກີດມີກໍລະນີຕິດເຊື້ອ.

ໃນປີ 2020 ມີຜູ້ທີ່ເຂົ້າມາປິ່ນປົວບັນຫາທາງດ້ານສາຍຕາ ທັງໝົດ 2.000 ກວ່າຄົນ ໃນນັ້ນຜ່າຕັດ 90 ກວ່າຄົນ ແລະ ຮັບການກວດ 1.900 ກວ່າຄົ່ນ, ສວ່ນໃຫ່ຍແມ່ນບັນຫາແກ່ນຕາຂຸ້ນ, ຊີ້ນຕາປົ່ງ, ຄວາມດັນຕາ ແລະ ອື່ນໆ.

About admins14