ພິທີເປີດງານຕະຫຼາດນັດຂາຍສິນຄ້າ ຕິດພັນກັບງານບຸນປະເພນີນະມັດສະການ ວັດພຣະທາດພະບາດໂພນສັນ ປະຈໍາປີ 2020

   

ໃນຕອນເຊົ້າຂອງວັນທີ 28 ທັນວາ 2020 ຢູ່ທີ່ງານບຸນປະເພນີນະມັດສະການວັດພຣະທາດພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດງານຕະຫຼາດນັດ ຂາຍສິນຄ້າ ເນື່ອງໃນໂອກາດບຸນນະມັດສະການວັດພຣະທາດພະບາດໂພນສັນ ປະຈຳປີ 2020. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ຄອນສະຫວັນ ສຸກກະເສີມ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີ ຄະນະກຳມະການ, ອານຸກຳມະການຮັບຜິດຊອບແຕ່ລະພາກສ່ວນ, ຫົວໜ້າຫ້ອງການ, ຮອງຫ້ອງການ, ປກຊ – ປກສ ອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໃນງານບຸນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງການຮັກສາຮີດຄອງປະເພນີອັນດີງາມ ແລະ ຄວາມສາມະຄີຮັກແພງກັນຂອງພໍ່ແມ່ປະຊາຊົນພາຍໃນເມືອງທ່າພະບາດ, ພ້ອມນີ້ກໍ່ຍັງໄດ້ສະແດງໃຫ້ເຫັນເຖິງໃນການຊີ້ນຳ – ນໍາພາຂອງອຳນາດປົກຄອງທຸກຂັ້ນ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ກຸ່ມການຜະລິດ, ບັນດາຫົວໜ່ວຍທຸລະກິດ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ແລະ ເປັນການກະຈາຍສິນຄ້າ ອີກຊ່ອງທາງໜຶ່ງ ເຊິ່ງງານບຸນນະມັດສະການພຣະທາດພະບາດໂພນສັນ ກໍ່ໄດ້ຖືກຈັດຂື້ນໃນທຸກໆປີ ຂອງມື້ຂື້ນ 12 ຄ່ຳ ເດືອນ 2 ລາວ ຕາມຮີດຄອງປະເພນີ ໄດ້ສືບທອດກັນມາແຕ່ດົນນານ.

ພາຍຫລັງເປີດພິທີຢ່າງເປັນທາງການແລ້ວ ປະທານ ທັງ 3 ທ່ານ ພ້ອມດ້ວຍຜູ້ເຂົ້າຮ່ວມ ກໍ່ໄດ້ເດີນຊົມບັນດາຫ້າງຮ້ານທີ່ວາງສະແດງຂາຍສິນຄ້າ ເຊີ່ງປີນີ້ ກໍ່ເຫັນວ່າ ມີຫລາຍພາກສ່ວນພໍສົມຄວນ ທີ່ໄດ້ນຳເອົາຜະລິດຕະພັນພາຍໃນຂອງຕົນ ແລະ ສິນຄ້ານຳເຂົ້າຈຳນວນໜຶ່ງ ມາວາງຂາຍ ເພື່ອໃຫ້ຜູ້ຄົນທີ່ມາທ່ຽວງານ ໄດ້ຊື້ໄປຊົມໃຊ້ ເປັນຂອງຕ້ອນ ຂອງຝາກ ແລະ ເປັນທີ່ລະນຶກ.

 

About admin11