ປະກາດຮັບຮອງບ້ານນ້ຳຢ້າງ ເປັນ ບ້ານໜັກແໜ້ນເຂັ້ມແຂງ

 

ໃນວັນ 29 ທັນວາ 2020 ທີ່ຫ້ອງການບ້ານ ນ້ຳຢ້າງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີ ມອບໃບຢັ້ງຢືນ ບ້ານ ນ້ຳຢ້າງ ເປັນບ້ານໜັກແໜ້ນເຂັ້ມແຂງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງ ວຽງທອງ, ມີ ເລຂາພັກບ້ານ-ນາຍບ້ານ, ຫົວໜ້າຫ້ອງການພາຍໃນເມືອງ, ອຳນາດການປົກຄອງບ້ານ, ພໍ່, ແມ່ປະຊາຊົນພາຍໃນບ້ານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ

ໃນພິທີ ທ່ານ ຄຳກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຂື້ນຜ່ານບົດລາຍງານໃນການລົງປະເມີນບ້ານ ນ້ຳຢ້າງ ເປັນບ້ານໜັກແໜັນເຂັ້ມແຂງ ວ່າ: ພາຍໃນບ້ານ ປະກອບມີ 3 ຄ່້ມ ມີ 679 ຄອບຄົວ ມີພົນລະເມືອງທັງໝົດ 3.316 ຄົນ ຍິງ 1,650 ຄົນ, ມີ 3 ຊົນເຜົ່າ ຄືື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າພ້ອງ ທີ່ດຳລົງຊິວິດຢູ່ຮ່ວມກັນ, ຜ່ານການລົງປະເມີນຕົວຈີງຂອງຄະນະຮັບຜິດຊອບສ້າງບ້ານໜັກແໜ້ນເຂັ້ມແຂງຂອງເມືອງ ໄດ້ລົງປະເມີນບ້ານ ນ້ຳຢ້າງ ຕາມ 10 ມາດຕະຖານ ຄື: ບ້ານ ມີ 5 ໜ່ວຍງານຊ່ວຍວຽກຄົບຖ້ວນຖືກຕ້ອງຕາມມາດຕະຖານ, ມີການປະກອບບຸກຄະລາກອນຕາມລະບຽບ 15 ຄົນ, ມີລະບຽບຄຸ້ມຄອງບໍລິຫານບ້ານຄົບຖ້ວນ, ມີຫ້ອງການຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານເປັນປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍບໍລິຫານປົກກະຕິ, ມີການເຜີຍແຜ່ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍເປັນປົກກະຕິ, ມີການຈົດທະບຽນການເກີດ 80% ຂື້ນໄປ ແລະ ປະຊາຊົນມີຄວາມເພີ່ງພໍໃຈໃນການບໍລິການຂອງອົງການປົກຄອງບ້ານ ຕ້ອງກວມເອົາ 80 % ຂື້ນໄປ ຂອງຄອບຄົວທັງໝົດ ເຊີ່ງແຕ່ລະມາດຖານສາມາດປະເມີນໄດ້ 80 % ຂື້ນໄປ.

ເພື່ອເປັນການຢັ້ງຢືນເຖິີງຜົນງານທີ່ປະຕິບັດໄດ້ນັ້ນ ອົງການປົກຄອງເມືອງ ຈົຶ່ງຕົກລົງຮັບຮອງເອົາບ້ານ ນ້ຳຢ້າງ ເປັນບ້ານ ໜັກແໜັນເຂັ້ມແຂງ ໂດຍເປັນກຽດຂື້ນມອບໃບຢັ້ງຢືນຂອງທ່ານ ຄຳກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ.

About admin11