ເມືອງປາກຊັນ ສະຫຼຸບຖອດຖອນບົດຮຽນວຽກງານກອງທຶນພັດທະນາບ້ານ ປະຈຳປີ 2020

ເພື່ອເປັນການຖອດຖອນແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງກອງທຶນພັດທະນາບ້ານ ຂັ້ນເມືອງ ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນໃນການຄຸ້ມຄອງຕິດຕາມວຽກງານດັ່ງກ່າວ ໃນວັນທີ 30 ທັນວາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກອງທຶນພັດທະນາບ້ານ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ໃນທົ່ວເມືອງ ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກ, ມີປະທານກອງທຶນຂັ້ນເມືອງ, ຄະນະກຳມະການກອງທຶນຂັ້ນເມືອງ, ຄະນະກຳມະການຄຸ້ມຄອງກອງທຶນພັດທະນາຂັ້ນບ້ານ ໃນທົ່ວເມືອງປາກຊັນ ເຂົ້້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນບ້ານ ປະຈຳປີ 2020 ແລະ ທິດທາງແຜນການ 1 ປີຕໍ່ໜ້າ ຈາກທ່ານ ນາງ ຈຸນລາວັນ ພິລາໄຊພິທັກ ຮອງປະທານສະຫະພັນແມ່ຍີງເມືອງປາກຊັນ, ຄະນະກໍາມະການກອງທຶນຂັ້ນເມືອງ, ເມືອງປາກຊັນປະກອບມີທັງໝົດ 54 ບ້ານ ໃນນັ້ນ, ມີກອງທຶນພັດທະນາບ້ານ ແລະ ກອງທຶນເພື່ອສຸຂະພາບທັງໝົດ 27 ບ້ານ, ສະຫະພັນແມ່ຍິງເມືອງ ຮັບຜິດຊອບໂດຍກົງ ມີຈຳນວນ 15 ບ້ານ, ໄດ້ເລີ່ມສ້າງຕັ້ງຂຶ້ນແຕ່ປີ 2007 ເປັນຕົ້ນມາ, ປະຈຸບັນ ມີສະມາຊິກກອງທຶນທັງໝົດ 3.363 ຄົນ, ຍິງ 1.987 ຄົນ, ມີເງິນທ້ອນທັງໝົດ 10.606.376.000 ກີບ, ປ່ອຍກູ້ 6.731.289.000 ກີບ, ເງິນດັ່ງກ່າວ ແມ່ນເປັນເງິນທ້ອນຂອງປະຊາຊົນ 100%.

ມີ 1 ບ້ານທີ່ພົບບັນຫາຄວາມຫຍຸ້ງຍາກ ຍັງບໍ່ທັນໄດ້ປັນຜົນ ແລະ ຍັງມີການດຸ່ນດ່ຽງບັນຊີທ້າຍປີ ເງິນບໍ່ເຫັນ ຈຳນວນ 133,334,000 ກີບ, ມາຮອດປະຈຸບັນ ຍັງບໍ່ໄດ້ຮັບການແກ້ໄຂ.

ນອກນີ້, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ຮັບຜິດຊອບ ຈຳນວນ 12 ບ້ານ ເລີ່ມສ້າງຕັ້ງແຕ່ປີ 2005 ເປັນຕົ້ນມາ, ປະຈຸບັນມີສະມາຊິກກອງທຶນທັງໝົດ 2.687 ຄົນ, ຍີງ 1.547 ຄົນ, ມີເງິນທ້ອນ 7.157.460.000 ກີບ, ປ່ອນກູ້ 5.262.307.000 ກີບ, ມີທຶນໂຄງການສົມທົບບ້ານລະ 15.000.000 ກີບ. ປະຈຸບັນ ມີຈໍານວນ 8 ບ້ານ ແມ່ນໄດ້ເຄື່ອນໄຫວປົກະຕິ ແລະ ຍັງມີ 4 ບ້ານ ທີ່ພົບບັນຫາຄວາມຫຍຸ້ງຫຍາກ ຄະນະກຳມະການຂັ້ນເມືອງແມ່ນພວມກຳລັງເກັບກຳຂໍ້ມູນຕົວຈິງ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກ, ໜີ້ສິນຄຸມເຄືອ ແລະ ສາເຫດບັນຫາຕ່າງໆ ເພື່ອເຂົ້າສູ່ຂະບວນການຍຸຕິທຳ , ຄວາມເປັນເອກະພາບ ແລະ ຖືກຕອງຕາມລະບຽບການ.

ໃນກອງປະຊຸມ ຄະນະຮັບຜິດຊອບຄຸ້ມຄອງກອງທຶນຂັ້ນບ້ານແຕ່ລະພາກສ່ວນທີ່ເຂົ້້າຮ່ວມ ຍັງໄດ້ປະກອບຄຳຄິດ, ມີຄຳເຫັນ ແລະ ຖອນຖອນບົດຮຽນ ກ່ຽວກັບວິທີຄຸ້ມຄອງກອງທຶນ, ການແບ່ງວຽກງານ, ຄວາມສະດວກ, ຄວາມຫຍຸ້ງຍາກ, ສາເຫດ ແລະ ວິທີການແກ້ໄຂບັນຫາໜີ້ສິນມີຄືແນວໃດ ແລະ ບັນຫາອື່່ນໆ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງກອງທຶນພັດທະນາບ້ານໃນຕໍ່ໜ້າ ມີຄວາມເຂັ້ມແຂງດີຂຶ້ນ ສາມາດປະກອບສ່ວນພັດທະນາເສດຖະກິດ – ສັງຄົມ ຂອງບ້ານຢ່າງມີປະສິດຕິພາບ, ແກ້ໄຂຄວາມທຸກຫຍາກຂອງປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ, ຂອງລັດ ໃຫ້ມີຄວາມຍືນຍົງ.

About admins16