ພິທີເຊັນສັນຍາ ວ່າດ້ວຍການເບີກຈ່າຍເງິນນະໂຍບາຍຜ່ານລະບົບ ຢູມັນນີ່ ແລະ ຫ້ອງວ່າການເມືອງຄໍາເກີດ

ໃນວັນທີ 8 ກໍລະກົດ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເບີກຈ່າຍເງິນນະໂຍບາຍຜ່ານລະບົບ ຢູມັນນີ່ ບໍລິສັດສະຕາຟິນເທັກຈໍາກັດຜູ້ດຽວ ແລະ ຫ້ອງວ່າການເມືອງຄໍາເກີດ ໂດຍການເປັນປະທານຂອງທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ຜູ້ຊີ້ນໍາວຽກງານເສດຖະກິດຂອງເມືອງ ແລະ ທ່ານ ນາງ ດາວອນ ເພັດສານຸພົນ ອໍານວຍການບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ, ມີຫົວໜ້າຫ້ອງວ່າການ, ພະນັກງານຫ້ອງວ່າການ ແລະ ພະນັກງານບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມ.

ທ່ານ ເຊັກໂກ່ ຂຸນປັນຍາ ຫົວໜ້າຂະແໜງການຕະຫຼາດບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ໄດ້ຂຶ້ນແນະນໍາກ່ຽວກັບບໍລິການ ຢູມັນນີ່ ທ່ານກ່າວວ່າ: ບໍລິການ ຢູມັນນີ່ ເປັນບໍລິການທີ່ສາມາດເຮັດທຸລະກໍາທາງການເງິນໄດ້ເທິງໂທລະສັບມືຖື ເຊັ່ນ: ການໂອນເງິນ, ການຖອນເງິນ ແລະ ການຊໍາລະ ສາມາດໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບ ບໍ່ວ່າຈະເປັນໂທລະສັບລຸ່ນເກົ່າ ຫຼື ໂທລະສັບສະມາດໂຟນ ມີຄວາມປອດໄພສູງ ລະບົບຄວາມປອດໄພ 2 ຊັ້ນ: ການເຮັດທຸລະກໍາທຸກໆຄັ້ງຈໍາເປັນຕ້ອງມີການຢັ້ງຢືນດ້ວຍການປ້ອນລະຫັດ ຫຼັງເຮັດທຸລະກໍາຈະມີຂໍ້ຄວາມແຈ້ງເຕືອນທຸກໆຄັ້ງ.

ຈາກນັ້ນ ທ່ານ ທອງໄຂ ຄໍາມະວົງ ຫົວໜ້າຫ້ອງວ່າການ ແລະ ຜູ້ອໍານວຍການບໍລິສັດ ສະຕາໂທລະຄົມ ກໍ່ໄດ້ຮ່ວມເຊັນສັນຍາວ່າດ້ວຍການເບີກຈ່າຍເງິນນະໂຍບາຍຜ່ານລະບົບ ຢູມັນນີ່ ບໍລິສັດສະຕາຟິນເທັກຈໍາກັດຜູ້ດຽວ ແລະ ຫ້ອງວ່າການເມືອງຄໍາເກີດ.

About admins14