ກາແດງ ຍົກລະດັບການສ້າງນິຕິກຳ ແລະ ຫຼັກການສ້າງເອກະສານທາງລັດຖະການ

ພິທີຝຶກອົບຮົມການສ້າງນິຕິກຳ ແລະ ຫຼັກການສ້າງເອກະສານທາງລັດຖະການ ໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງສູນເລືອດຂອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ແລະ ທ່ານ ສີສຸນົນ ແກ້ວໄຊຍະວົງ ຮອງຫົວໜ້າພະແນກພາຍໃນແຂວງ ມີຄະນະຮັບຜິດຊອບ ແລະ ພະນັກງານພາຍໃນອົງການກາແດງ ເຂົ້າຮ່ວມ.

ເອກະສານທາງລັດຖະການ ແມ່ນເອກະສານທີ່ຂຽນຈາກອົງການທີ່ເປັນນິຕິບຸກຄົນໃດໜື່ງທີ່ມີເນື້ອໃນພົວພັນເຖິງວຽກງານຂອງອົງການຈັດຕັ້ງ ຫຼື ວຽກງານທາງລັດຖະການເຊີ່ງຈະຕ້ອງເວົ້າເລື່ອງວຽກທາງລັດຖະການບໍ່ແມ່ນບັນຫາສ່ວນຕົວແອບແຟງ ເຖິງວ່າຈະເວົ້າເຖິງບຸກຄົນໃດໜື່ງກໍ່ແມ່ນເລື່ອງທີ່ພົວພັນກັບວຽກງານການຈັດຕັ້ງ ຫຼື ທາງລັດຖະການ. ເອກະສານບໍລິຫານທົ່ວໄປ ໝາຍເຖິງໜັງສືສຳຄັນເຊີ່ງເປັນຫຼັກຖານການຕິດຕໍ່ພົວພັນທາງວຽກງານທາງລັດຖະການ, ທຸລະກິດ ເຊັ່ນ: ໜັງສືສະເໜີ, ໜັງສືລາຍງານ (ບົດລາຍງານ) ແຜນການ, ໂຄງການ, ຈົດໝາຍໂຕ້ຕອບ, ໂທລະເລກ, ໂທລະສານ ແລະ ອື່ນໆ ເຊີ່ງເອກະສານດັ່ງກ່າວຈະມີຄຸນຄ່າທາງດ້ານບໍລິຫານ, ການເງິນ, ກົດໝາຍ ແລະ ຄຸນຄ່າທາງປະຫວັດສາດ.

ເອກະສານຕ້ອງມີໂຄງປະກອນທີ່ສອດຄ່ອງກັບປະເພດຂອງເອກະສານ ແລະ ນິຕິກຳເນື້ອໃນຕ້ອງຮັບໃຊ້ໃຫ້ແກ່ຈຸດປະສົງຂອງນິຕິກຳ ຫຼື ເອກະສານທາງລັດຖະການ, ສຳນວນຂີດຂຽນຕ້ອງສອດຄ່ອງ, ສັ້ນ, ທະທັດຮັດ ແລະ ໄດ້ໃຈຄວາມ, ຄຳສັບຕ້ອງເຂົ້າໃຈງ່າຍ, ມີຄວາມໝາຍອັນແນ່ນອນ ຫຼີກເວັ້ນຄຳສັບທີ່ພາໃຫ້ຜູ້ອ່ານເຂົ້າໃຈຫຼາຍແນວ, ເຂົ້າໃຈຜິດ, ຖ້າເປັນຄຳສັບເຕັກນິກ ໃຫ້ມີນິຍາມໃນເອກະສານນັ້ນ. ນອກຈາກນັ້ນ ຫຼັກການໃນການແຕ່ງເອກະສານທາງການຄວນຄຳນືງເຖິງ 9 ຫຼັກ ຄື: ໃຫ້ກຽດຄົນ, ເຄົາລົບລະດັບຂັ້ນ, ຄວາມຮັບຜິດຊອບ, ພາວະວິໄສ, ຮັກໄຄມາລະຍາດ, ຄວາມຄຽມຄົມ, ຄວາມຊັດເຈນ, ເວົ້າໃຫ້ແຈ້ງ ແລະ ຄວາມເປັນອັນດຽວກັນ.

ທັງນີ້ ກໍ່ເພື່ອເຮັດໃຫ້ຮູບແບບເອກະສານທາງລັດຖະການເປັນເອກະພາບກັນ ແລະ ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ສອດຄ່ອງກັບກົນໄກການສື່ສານດ້ານບໍລິຫານ, ເຮັດໃຫ້ເອກະສານທາງລັດຖະການມີເນື້ອໃນສັ້ນ, ຈະແຈ້ງ, ຄົບຖ້ວນ ແລະ ເຂົ້າໃຈງ່າຍ, ເຮັດໃຫ້ພະນັກງານລັດຖະກອນຢູ່ໃນອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖີ່ນເຂົ້າໃຈ, ຮັບຮູ້ ແລະ ເປັນເອກະພາບໃນຮູບແບບເອກະສານທາງລັດຖະການ.

ພ້ອມນີ້ ຜູ້ເຂົ້າຮ່ວມຈະຮຽນຮູ້ຫຼັກການສ້າງນິຕິກຳ, ໂຄງປະກອບ, ຮູບແບບ ແລະ ຫຼັກການຮ່າງເອກະສານທາງລັດຖະການ ແລະ ຫຼັກການຕັ້ງຄ່າໄມໂຄຣຊອບເວີດ.

About admins14