ກອງປະຊຸມວຽກງານອົງການປົກຄອງ ເມືອງໄຊຈຳພອນ

ໃນວັນທີ 7 ກໍລະກົດ 2022 ຢູ່ສະໂມສອນໃຫຍ່ເມືອງໄຊຈໍາພອນ ໄດ້ຈັດກອງປະຊຸມວຽກງານອົງການປົກຄອງປະຈໍາເດືອນ 4,5,6 ປີ 2022 ຂື້ນ ພາຍໄຕ້ການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ເລຂາພັກກຸ່ມບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານ ຮ່າງບົດສະຫຼູບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈຳເດືອນ 4,5,6 ເຫັນວ່າຜ່ານມາເປັນໄລຍະການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນກໍພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ, ມີພະນັກງານຂອງເມືອງລົງກໍ່ສ້າງຮາກຖານການເມືອງທັງໝົດ 16 ທ່ານ, ເປັນຍິງ 1ທ່ານ, ທົ່ວເມືອງມີຄອບຄົວພົ້ນທຸກ 1,115 ຄອບຄົວເທົ່າ 60,8%, ບໍ່ທັນພົ້ນທຸກ 719 ຄອບຄົວເທົ່າ 39,2%, ຄອບຄົວອານາຖາ 14 ຄອບຄົວເທົ່າ 0,6%, ມີຄອບຄົວ ພັດທະນາ 956ຄອບຄົວເທົ່າ 52,13%.

ຕິດຕາມ ແລະ ຊຸກຍູ້ສົ່ງເສີມການຜະລິດປູກເຂົ້ານາແຊງ ທົ່ວເມືອງມີ 27 ເຮັກຕ່າ ຜົນຜະລິດໄດ້ 94,5ໂຕ້ນ, ສະມັດຕະພາບ 3,5 ໂຕນ/ຮຕ, ເນື້ອທີ່ປູກເຂົ້ານາປີທົ່ວເມືອງມີ 983 ເຮັກຕ່າ, ເພີ່ມຈາກປີ2021 ໄດ້ 1ແຮັກຕ່າ, ການປັກດໍາສໍາເລັດ, ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ແລະ ພະຍາດຕາມລະດູການຢູ່ພາຍໃນເມືອງໂດຍພື້ນຖານ, ໄດ້ລົງຜັນຂະຫຍາຍການປະຕິບັດວຽກງານວາລະແຫ່ງຊາດໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ທົ່ວເມືອງມີຈຳນວນເປົ້າໝາຍທັງໝົດ 451 ຄົນ, ຄ້າຂາຍ 45ຄົນ, ເປົ້າໝາຍປູກ 07ຄົນ ແລະ ຂົນສົ່ງ 02ຄົນ.

ຕອນທ້າຍທ່ານປະທານກໍ່ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາກົມກອງຕ່າງໆຢູ່ຂັ້ນເມືອງ ປະຕິບັດບັນດາໜ້າວຽກ ຕາມສາຍຕັ້ງຂອງຕົນລົງສູ່ຮາກຖານໃຫ້ທົ່ວເຖິ່ງ ແລະ ເລິກເຊີງ ໃຫ້ເອົາໃຈໃສ່ສົ່ງບົດສະຫຼຸບໃຫ້ເມືອງເປັນປົກກະຕິ, ຕັ້ງໜ້າຜັນຂະຫຍາຍວຽກງານການເມືອງ-ແນວຄິດ ໃນກົມກອງຂອງຕົນຮັບຜິດຊອບເຮັດໃຫ້ ມີເເນວຄິດໜັກແໜ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ປະກອບສ່ວນເຂົ້າໃນການເເກ້ໄຂບັນຫາປະກົດການຢໍ້ທໍ້ໃນຂົງເຂດຕົນເອງຮັບຜິດຊອບ ແລະ ສັງຄົມຕ່າງໆໃຫ້ນັບມື້ນັບລຸດຖອຍລົງເທື່ອລະກ້າວ.

About admins14