ເຜີຍແຜ່ນິຕິກໍາ ແລະ ລະບຽບການເຂົ້າຫາແຫຼ່ງທຶນ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME)

ໃນຕອນເຊົ້າວັນທີ 30 ພຶດສະພາ ທີ່ຜ່ານມານີ້ ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ແລະ ລະບຽບການເຂົ້າຫາແຫຼ່ງທຶນ ແລະ ແກ້ໄຂຂໍ້ຂ້ອງໃຈໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ໄກສອນ ຈັນເສນາ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງ ທ່າພະບາດ, ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ບໍລິຄໍາໄຊ ມີຕາງໜ້າຫ້ອງການພາຍໃນເມືອງ, ທະນາຄານພັດທະນາລາວ,  ແລະ ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ພາຍໃນເມືອງເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືການຈັດຕັ້ງແມ່ນການເຄື່ອນໄຫວວຽກງານສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນກອງປະຊຸມໄດ້ນໍາເອົານິຕິກໍາຕ່າງໆ ແລະ ຜ່ານເງື່ອນໄຂຂອງການເຂົ້າຫາແຫຼ່ງທຶນ ເປັນຕົ້ນແມ່ນ ໄດ້ນໍາເອົາດໍາລັດ ເລກ 299/ລດ ລົງວັນທີ 4 ກັນຍາ 2019 ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພາະວ່າກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນການຈັດຕັ້ງການເງິນໜຶ່ງຂອງລັດ ທີ່ຂຶ້ນກັບກະຊວງ ອຸດສາຫະກໍາ ແລະ ການຄ້າ

ໄດ້ເຮັດໜ້າທີ່ສະໜອງສິນເຊື່ອໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນບັນດາຂະແໜງການ ຫຼື ຂົງເຂດບູລິມະສິດຕາມນະໂຍບາຍຂອງລັດຖະບານ ແລະ ສະໜອງທຶນໃຫ້ບັນດາໂຄງການວິຊາການຕາມກິດຈະການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ໄດ້ກໍານົດໄວ້ໃນກົດໝາຍ, ໂດຍການສະໜອງສິນເຊື່ອໃນຮູບແບບຕ່າງໆ ຕາມເງື່ອນໄຂທີ່ໄດ້ກໍານົດເຊັ່ນ: ສໍາລັບທຶນທີ່ລັດຖະບານປະກອບໃຫ້ ຕ້ອງມີແຜນດຳເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ, ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງ ອຸດສາຫະກໍາການຄ້າ ຫຼື ພາກສ່ວນອື່ນ ທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງອຸດສາຫະກໍາ ແລະ ການຄ້າ, ເປັນວິສາຫະກິດທີ່ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ບໍ່ເກີດດອກອອກຜົນ ຢູ່ນຳທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, ເປັນຂະແໜງການ ຫຼື ຂົງເຂດບູລິມະສິດທີ່ລັດຖະບານມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມຍືນຍົງ ແລະ ທຶນແຫຼ່ງອື່ນ ຕ້ອງປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ ຫຼື ຕາມການພິຈາລະນາຂອງສະພາບໍລິຫານ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ປະຊຸມຍັງໄດ້ຮັບຟັງການລາຍງານຂອງບົດບາດຂອງສະພາການຄ້າ-ອຸດສາຫະກໍາ ແລະ ການແກ້ໄຂຂໍ້ຂ້ອງໃຈໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງໃຫ້ຜູ້ເຂົ້າຮ່ວມໄດ້ສະແດງຄວາມຄິດເຫັນ ແລະ ການຊີ້ແຈ້ງຈາກຄະນະປະທານ.

About admin11