ພິທີຮັບສະມາຊິກເຍົາວະຊົນ ແລະ ອະນຸຊົນທັນວາ ເຂດເທດສະບານເມືອງປາກຊັນ

  

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 65 ປີ. ໃນວັນທີ 27 ພະຈິກ 2020 ຢູ່ທີ່ເດີ່ນສໍານັກງານປົກຄອງເມືອງປາກຊັນ ຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ, ໄດ້ຈັດພິທີຮັບເຍົາວະຊົນ ແລະ ອະນຸຊົນທັນວາຂຶ້ນ ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ສະຫາຍ ໂພຄໍາ ຈັນທະສຸກ ກໍາມະການພັກເມືອງ, ຮອງເຈົ້າເມືອງປາກຊັນ, ມີຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ, ສຶກສາ-ກິລາເມືອງ, ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍຄູອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ພາຍຫຼັງທີ່ຕາງໜ້າມະຫາຊົນຜູ້ກ້າວໜ້າໄດ້ຂຶ້ນຜ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນ ສະຫາຍ ສົມສຸກ ໄຊບຸນມີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ ກໍ່ໄດ້ຜ່ານໃບອະນຸມັດຮັບເຍົາວະຊົນ-ອະນຸຊົນທັນວາ ໃນເວລາດຽວກັນຄະນະປະທານ, ຄະນະນຳຊາວໜຸ່ມ, ແຂກຖືກເຊີນ, ຄູອາຈານ, ຜູ້ປົກຄອງທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນມັດແພໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນໃໝ່, ການຮັບສະມາຊິກເຍົາວະຊົນ-ອະນຸຊົນໃໝ່ ໃນຄັ້ງນີ້ມີທັງໝົດຈຳນວນ1.009 ນ້ອງ, ຍິງ 509 ນ້ອງ, ໃນນັ້ນຮັບເຂົ້າເປັນສະມາຊິກເຍົາວະຊົນ 522 ນ້ອງ, ຍິງ 261 ນ້ອງ, ຮັບເຂົ້າເປັນສະມາຊິກອະນຸຊົນ 487 ຫຼານ, ຍິງ 248 ຫຼານ.

About admin11