ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຕາງໜ້າມູນນິທິວີເລີບຢູ ປະຈຳລາວ

 ພິທີຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຄີມຢອງວານ ຜູ້ຕາງໜ້າມູນນິທິວີເລີບຢູ ປະຈຳລາວ ພ້ອມຄະນະ ທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ໃນວັນທີ 27 ພະຈິກ 2020 ຢູ່ຫ້ອງຮັບຮອງຂອງແຂວງ ໂດຍແມ່ນທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ມີມິດໝາຍທີ່ສຳຄັນ.

ການຢ້ຽມຢາມແຂວງບໍລິຄຳໄຊ ໃນຄັ້ງນີ້ທ່ານ ຄີມຢອງວານ ຜູ້ຕາງໜ້າມູນນິທິວີເລີບຢູ ປະຈຳລາວ ໄດ້ມີຈຸດປະສົງໃນການປຶກສາຫາລືກັບແຂວງບໍລິຄຳໄຊ ໃນການຂໍທຶນຊ່ວຍເຫຼືອດ້ານການພັດທະນາຈາກລັດຖະບານ ສ. ເກົາຫຼີ ເພື່ອປະຕິບັດໂຄງການ ສະໜອງນ້ຳສະອາດໃຫ້ປະຊາຊົນ ໃນເຂດຊຸມຊົນທີ່ເຫັນວ່າຍັງຂາດເຂີນນ້ຳສະອາດ ພາຍໃນແຂວງບໍລິຄຳໄຊ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງ ແລະ ຊົມໃຊ້ນຳ້ສະອາດໃຫ້ຫຼາຍຂຶ້ນ, ພ້ອມທັງເປັນການສົ່ງເສີມດ້ານສຸຂະພາບ ແລະ ຮັກປະກັນດ້ານຫຼັກອານາໄມໃຫ້ມີຄຸນນະພາບ.

ໂອກາດນີ້ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ໃນການມາຢ້ຽມຢາມເຮັດວຽກຄັ້ງນີ້ ແລະ ທ່ານເຈົ້າແຂວງ ຍັງໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜູ້ຕາງໜ້າມູນນິທິວີເລີບຢູ ປະຈຳລາວ ພ້ອມຄະນະ ທີ່ໄດ້ນຳສະເໜີໂຄງການສະໜອງນ້ຳສະອ່າດໃຫ້ປະຊາຊົນ ໃນເຂດຊຸມຊົນທີ່ເຫັນວ່າຍັງຂາດເຂີນນ້ຳສະອາດ ພາຍໃນແຂວງບໍລິຄຳໄຊ ແລະ ເປັນໂຄງການທີ່ດີສາມາດຍົກລະດັບຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ.

ໃນພິທີທ່ານ ນາງ ຄີມອອກຄີ ປະທານມູນນິທິວີເລີບຢູ ຍັງໄດ້ມອບເງິນ 30.000 ໂດລ່າ ເພື່ອປະກອບທຶນເຂົ້າໃນການເຈາະນ້ຳບາດານ ຢູ່ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ແລະ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແກ່ປະທານມູນນິທິວີເລີບຢູ ເພື່ອເປັນຍ້ອງຍອງສັນລະເສີນ ຕໍ່ກັບການປະກອບສ່ວນດັ່ງກ່າວ.

About admins14