ປະກາດຮັບຮອງເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ ເປັນເມືອງທີ 4 ຂອງແຂວງ

ພິທີປະກາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນເມືອງສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ຢູ່ອາຄານແກ້ວມະນີໂຊກໄຊ ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ແຂກຖືກເຊີນພ້ອມດ້ວຍພະນັກງານ-ລັດຖະກອນ, ປກສ, ປກຊ ຕະຫຼອດຮອດອຳນາດການປົກຄອງບ້ານໃນທົ່ວເມືອງຄຳເກີດ ເຂົ້າຮ່ວມ.

ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄຳເກີດ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນທົ່ວເມືອງຄຳເກີດໃຫ້ຮູ້ວ່າ: ເມືອງຄຳເກີດເປັນເມືອງໃຫຍ່ອັນດັບ 1 ຂອງແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 2,388 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3ຂອງເນື້ອທີ່ທັງໝົດ, ທົ່ວເມືອງຄຳເກີດມີ 8 ກຸ່ມບ້ານ, ມີ 62 ບ້ານ, ມີ 12.615 ຄອບຄົວ, ມີປະຊາກອນທັງໝົດ 73.516ຄົນ, ຍິງ 36.180ຄົນ, ມີຄອບຄົວເປົ້າໝາຍກວດກາທັງໝົດ 12.615ຄອບຄົວ, ມີ 13 ເຜົ່າຄື: ເຜົ່າລາວ ກວມ 28,83%, ເຜົ່າມົ້ງ ກວມ 27,97%, ເຜົ່າໄຕກວມ35,2%, ເຜົ່າຜູ້ໄທ ກວມ 3,68%. ເຜົ່າກືມມຸ ກວມ 2,2%, ເຜົ່າແຊກ ກວມ 1,24% ແລະ ເຜົ່າອື່ນໆ ກວມ 0,76%, ປະຊາຊົນສ່ວນໃຫຍ່ເຊື່ອຖືສາສະໜາພຸດ ແລະ ສາສະໜາເຢຊູຄິດ ນອກຈາກນີ້ ຍັງມີປະຊາຊົນຈຳນວນໜື່ງຍັງເຊື່ອຖືບັນພະບຸລຸດ ຫຼື ເຊື່ອຖືຜີ ປະຊາຊົນພາຍໃນເມືອງ ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການທຳມາຫາກິນລ້ຽງຊີບຕາມແນວທາງພັກ-ລັດ ວາງອອກໄດ້ຢ່າງປະກົດຜົນເປັນຈິງ.

ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ຄຳສັ່ງເລກທີ 34/ນຍ,ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ແລະ ປະຕິບັດຕາມຄຳສັ່ງແນະນຳຂອງຄະນະປະຈຳສູນກາງແນວລາວສ້າງຊາດເລກທີ 033/ຄປຈ.ນສຊ, ລົງວັນທີ 19 ເມສາ 2017 ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕາມທິດ 3 ສ້າງຂອງແນວລາວສ້າງຊາດ 2017-2020 ເຫັນວ່າເມືອງຄຳເກີດສາມາດຈັດຕັ້ງປະຕິບັດປະກາດຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 4 ຄັ້ງຄື: ຄັ້ງທີ່ 1 ໄດ້ 14 ບ້ານ ມີ 2.225ຄອບຄົວ, ຄັ້ງທີ່ 2 ໄດ້ 17 ບ້ານ ມີ 3.307ຄອບຄົວ, ຄັ້ງທີ 3 ໄດ້ 21 ບ້ານ ມີ 3.743ຄອບຄົວ ແລະ ຄັ້ງທີ 4 ໄດ້ 09 ບ້ານ ມີ 2.078 ຄອບຄົວ. ດັ່ງນັ້ນຜ່ານການປະເມີນຕາມ 5 ມາດຖານ ຈຶ່ງສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງຈຳນວນ 61 ບ້ານເທົ່າກັບ 98,38%, ຈຶ່ງເຮັດໃຫ້ເມືອງຄຳເກີດເປັນເມືອງສາມັກຄີປອງດອງເປັນເມືອງທີ່ 4 ຂອງແຂວງບໍລິຄຳໄຊ ທັດຈາກເມືອງປາກກະດິງ. ພ້ອມນີ້ ໃນພິທີຍັງໄດ້ມີການລັ່ນຄ້ອງ 9 ບາດ, ເປີດປ້າຍ ແລະ ປ່ອຍນົກ ເພື່ອເປັນສັນຍາລັກໃນການປະກາດເມືອງຄຳເກີດເປັນເມືອງສາມັກຄີປອງດອງຢ່າງເປັນທາງການ.

About admins16