ພິທີມອບ – ຮັບເຮືອນໃຫ້ຄອບຄົວອານາຖາ ບ້ານນາວັງໄຄ

                                 

  ໃນວັນທີ 3 ມີຖຸນາ 2022 ຢູ່ທີບ້ານນາວັງໄຄ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບເຮືອນ ໃຫ້ຄອບຄົວອານາຖາພາຍຫຼັງກໍ່ສ້າງສຳເລັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ວິໄລ ວົງກະເສີມ ຮອງປະທານສະຫະພັນກຳມະບານລາວ, ທ່ານ ປະທານສະຫະພັນກຳມະບານແຂວງ, ທ່ານປະທານສະຫະພັນກຳມະບານເມືອງ  ພ້ອມດ້ວຍປະທານຮາກຖານກຳມະບານເມືອງພ້ອມດ້ວຍຄະນະບໍລິຫານງານກຳມະບານທົ່ວເມືຶອງ, ສະມາຊິກກຳມະບານ, ອົງການກາແດງແຂວງ ແລະ ແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

  ໃນພິທີ ທ່ານ ດາເຈີ ຕົງວ່າງ ປະທານສະຫະພັນກຳມະບານເມືອງ ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານການກໍ່ສ້າງເຮືຶອນໃຫ້ຄອບຄົວອານາຖາ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ແຕ່ວັນທີ 16 ມີນາ 2022 ຫາ ວັນທີ 5 ພຶດສະພາ 2022 ໄດ້ສໍາເລັດ 100%.

ໂດຍເຮືອນຫຼັງດັ່ງກ່າວ ແມ່ນກໍ່ສ້າງໃໝ່ປະກອບມີ 1 ຫຼັງ ມີຂະໜາດກ້ວາງ 6 ແມັດ ລວງຍາວ 11 ແມັດ ແບ່ງອອກເປັນ 1 ຫ້ອງນອນ ແລະ  1 ຫ້ອງນ້ຳ, ເຮືອນຫຼັງນີ້ແມ່ນເປັນລັກສະນະເຮືອນກໍ່ມຸ້ງດ້ວຍກະສັງກະສີ, ມີໄຟຟ້າຄົບຊຸດ, ລວມມູນຄ່າການກໍ່ສ້າງທັງໝົດ 45,194,000 ກີບ, ໂດຍແມ່ນການໃຫ້ທືນກໍ່ສ້າງຫຼັກຂອງສະຫະພັນກຳມະບານລາວຈຳນວນ 30.057.000 ກີບ ແລະ ທືນສົມທົບຈາກພານສ່ວນອື່ນໆຈຳນວນໜື່ງ.

ພິທີໄດ້ມີການເຊັນມອບ – ຮັບຈາກຜູ້ໃຫ້ທືນການກໍ່ສ້າງ ແລະ ຄອບຄົວຂອງນາງສົວວື່ ເຊີ່ງເປັນຄອບຄົວອານາຖາເປັນຜູ້ປົກປັກຮັກສານໍາໃຊ້ຕໍ່ໄປ. ໃນພິທີຍັງໃດ້ມີການມອບໃບຍ້ອງຍໍ, ໃບຊົມເຊີຍໃຫ້ແກ່ຜູ້ທີປະກອບສ່ວນເຂົ້າໃນການກໍ່ສ້າງ.

 

About admin11