ຄະນະພັກຮາກຖານພະແນກການເງິນແຂວງ ດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ຄັ້ງທີ V

ບັ້ນດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.

ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມເນື້ອໃນຈິດໃຈຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ – ອົງການ, ແຂວງ – ນະຄອນຫຼວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ການກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນ ດຳເນີນໄປຖືກຕ້ອງ ຕາມກົດລະບຽບຂອງພັກ, ຮັບປະກັນ ການນຳພາ – ຊີ້ນຳ ຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ ເຊິ່ງການດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາມາດ ໃນການນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທ່ວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ການກະກຽມກອງປະຊຸມໃຫຍ່ ຂອງພັກແຕ່ລະຂັ້ນ ແມ່ນເພື່ອເລືອກເຟັ້ນເອົາບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບຂອງຄະນະພັກ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ, ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ການກະກຽມດ້ານບຸກຄະລາກອນ.

ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ, ຜ່ານມາດຖານເງື່ອນໄຂຜູ້ຈະລົງສະໝັກຮັບເລືອກຕັ້ງ ເຂົ້າໃນໜ່ວຍພັກ ແລະ ດຳເນີນການທາບທາມບຸກຄະລາກອນ ຂອງຄະນະໜ່ວຍພັກ.

About admins16