4 ໜ່ວຍພັກ ຂຶ້ນກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນຮາກຖານ ເຂົ້າຮ່ວມ.

ຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບມີ 4 ໜ່ວຍພັກ ຄື: ໜ່ວຍພັກ ບໍລິຫານ – ຈັດຕັ້ງ ແລະ ກວດກາ, ໜ່ວຍພັກສິ່ງແວດລ້ອມ ແຜນການ ແລະ ຂໍ້ມູນ ຂ່າວສານ, ໜ່ວຍພັກຄຸ້ມຄອງທີ່ດິນ ແລະ ໜ່ວຍພັກຊັບພະຍາກອນນໍ້າ ແລະ ຕິດຕາມກວດກາ ຊສ, ມີສະມາຊິກພັກສົມບູນ 71 ສະຫາຍ, ຍິງ 25 ສະຫາຍ, ໃນນັ້ນ ມີສະມາຊິກພັກມີອາຍຸສູງ ສຸດ 58 ປີ ແລະ ມີອາຍຸຕໍ່າສຸດ 30 ປີ, ຜ່ານການຮຽນກົບລະບຽບມີ 2 ສະຫາຍ, ຍິງ 2 ສະຫາຍ, ຜ່ານການຮຽນສະນັບສະໜູນແລ້ວ 1 ສະຫາຍ, ລະດັບທິດ ສະດີການເມືອງ – ການປົກຄອງ ຊັ້ນສູງ 2 ສະຫາຍ, ຊັ້ນກາງ 11 ສ/ຫ, ບໍາລຸງໄລຍະສັ້ນ 45 ວັນ 20 ສະຫາຍ.

ການຈັດຕັ້ງປະຕິບັດ ປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ມີໜ່ວຍພັກທີ່ໄດ້ປະເມີນ 4 ໜ່ວຍພັກ ຄື: ໜ່ວຍພັກບໍລິຫານ – ຈັດຕັ້ງ ແລະ ກວດກາ ມີ 19 ສະຫາຍ, ໜ່ວຍພັກສິ່ງແວດລ້ອມ ແຜນການ ແລະ ຂໍ້ມູນຂ່າວສານ ມີ 17 ສະຫາຍ, ໜ່ວຍພັກຄຸ້ມຄອງທີ່ດິນ ມີ 17 ສະຫາຍ ແລະ ໜ່ວຍພັກຊັບພະຍາກອນນໍ້າ ແລະ ຕິດຕາມກວດກາ ຊສ ມີ 17 ສະຫາຍ, ແຕ່ລະໜ່ວຍພັກ ສາມາດປະຕິບັດໄດ້ ຄະແນນສະເລ່ຍ 92% ຂຶ້ນໄປ ຈັດເປັນປະເພດ ແຂງ.

ຜ່ານການຄົ້ນຄ້ວາ ແລະ ກວດກາຂອງຄະນະຊຸກຍູ້ຂັ້ນແຂວງ ແລະ ຄະນະປະຈຳພັກແຂວງ ໄດ້ຕົກເຫັນດີຮັບຮອງເອົາ 4 ໜ່ວຍພັກ ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.

ສຳລັບທິດທາງແຜນການໃນຕໍ່ໜ້າ ໜ່ວຍພັກ ບໍລິຫານ – ຈັດຕັ້ງ ແລະ ກວດກາ ຈະສູ້ຊົນໃຫ້ໄດ້ 94%, ໜ່ວຍພັກ ສິ່ງແວດລ້ອມ ແຜນການ ແລະ ຂໍ້ມູນຂ່າວສານ ໃຫ້ໄດ້ 95%, ໜ່ວຍພັກ ຊັບພະຍາກອນນ້ຳ ແລະ ກວດກາ ໃຫ້ໄດ້ 96% ແລະ ໜ່ວຍພັກ ຄຸ້ມຄອງທີ່ດິນ ໃຫ້ໄດ້ 93%.

ຈາກນັ້ນ ກໍ່ໄດ້ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ມແໜ້ນ ປະຈຳປີ 2021 ໃຫ້ກັບ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຊສ ແຂວງ ໃຫ້ກຽດມອບໂດຍ ສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

About admins16