ການພັດທະນແຂວງບໍລິຄຳໄຊ ແຕ່ວັນສ້າງຕັ້ງແຂວງ ຫາ ກອງປະຊູມໃຫຍ່ ອົງຄະນະພັກຄັ້ງທີ I


ແຂວງບໍລິຄຳໄຊ ເປັນແຂວງທີ່ມີທີ່ຕັ້ງຢູ່ພາກກາງຂອງປະເທດລາວ ປະກອບດ້ວຍ 7 ຕົວເມືອງ ຄື: ເມືອງປາກຊັນ, ບໍລິຄັນ, ທ່າພະບາດ, ປາກກະດິງ,ຄຳເກີດ, ວຽງທອງ ແລະ ເມືອງໄຊຈຳພອນ, ມີ 284 ບ້ານ, ມີ 57,663 ຄອບຄົວ ແລະ  ພົນລະເມືອງ327.132 ຄົນ, ຍິງ 161.671 ຄົນ.

ແຂວງບໍລິຄຳໄຊ ໄດ້ສ້າງຕັ້ງຂື້ນເປັນສອງໄລຍະ ຄື: ໄລຍະທີໜື່ງ: ທາງເບື້ອງທິດຕາເວັນຕົກຂອງແຂວງ  ປະກອບມີ: ເມືອງປາກຊັນ, ເມືອງປາກເຈົ້າ (ປາກກະດິງປະຈຸບັນ),  ເມືອງ ໂພນສັນ ( ທ່າພະບາດປະຈຸບັນ ) ແລະ ເມືອງບໍລິຄັນ. ຝ່າຍລັດຖະບານ ຂອງລາຊະນາຈັກລາວ ໄດ້ມີພະລາຊະອົງການສະບັບເລກທີ 341ລົງວັນທີ 10ພະຈິກ 1961 ໄດ້ສ້າງຕັ້ງເປັນແຂວງບໍລິຄັນ ໃນໄລຍະນີ້ຢູ່ເບື້ອງຕາເວັນອອກຂອງແຂວງບໍລິຄັນ ມີເມືອງຄຳເກີດຝ່າຍແນວລາວອິດສະຫຼະ ໄດ້ສ້າງເປັນເຂດທີ່ໝັ້ນປະຕິວັດ ຮອດວັນທີ 2 ກຸມພາ 1955 ໄດ້ປະກາດສ້າງເປັນສະຫະເມືອງ 90 ປະກອບດວ້ຍເມືອງຄຳເກີດ, ສ່ວນໜື່ງຂອງເມືອງບໍລິຄັນ ແລະ ເມືອງຫີນບູນ. ການປະຕິວັດຂອງພວກເຮົາໄດ້ທຳການຕໍ່ສູ້ກູ້ຊາດ ໄດ້ຮັບໄຊຊະນະເລື້ອຍໆມາ ເຮັດໃຫ້ການຄອງພື້ນທີທາງດ້ານຕາເວັນອອກໄດ້ເປັນບໍລິເວນກວ້າງ ຕົກມາຮອດວັນທີ 12 ຕຸລາປີ 1967 ສູນກາງແນວລາວຮັກຊາດ ໄດ້ຍົກລະດັບດ້ານປົກຄອງຂອງສະຫະເມືອງ 90 ສ້າງຕັ້ງເປັນແຂວງບໍລິຄຳໄຊ ປະກອບມີ 4 ເມືອງຄື: ຄຳເກີດ, ຜາທອງ ( ວຽງທອງປະຈຸບັນ), ບໍລິຄັນ ແລະ ຫີນບູນ.

       ພາຍຫຼັງຢຶດອຳນາດທົ່ວປະເທດ, ແຂວງບໍລິຄັນ ທີ່ຂື້ນກັບຝ່າຍລາຊະອານາຈັກລາວໄດ້ຖືກຍຸບໄປໃນຕົວ. ສ່ວນແຂວງບໍລິຄຳໄຊ ທີ່ແນວລາວຮັກຊາດທີ່ສ້າງຕັ້ງຂື້ນນັ້ນກໍ່ຖືກຍຸບ ໃນປີ 1976 ໃນນັ້ນເມືອງຄຳເກີດ, ເມືອງຜາທອງ, ເມືອງຫີນບຸນ ໃຫ້ຂື້ນກັບແຂວງຄຳມ່ວນ, ສ່ວນເມືອງບໍລິຄັນ, ປາກເຈົ້າ ແລະ ໂພນສັນ ໂຮມເຂົ້າເມືອງປາກຊັນຂື້ນກັບ ແຂວງວຽງຈັນ.

       ການສ້າງຕັ້ງແຂວງບໍລິຄຳໄຊ ໄລຍະທີສອງ ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງສະລົງ ເລກທີ 03 / ກມສພ ລົງວັນທີ 6 ມີນາ 1984 , ວ່າດ້ວຍການສ້າງຕັ້ງແຂວງບໍລິຄຳໄຊ ເຊີ່ງປະກອບມີ 6 ເມືອງ ຄື: ເມືອງປາກຊັນ, ທ່າບົກ (ເມືອງທ່າພະບາດໃນປະຈຸບັນ), ບໍລິຄັນ, ປາກກະດິງ, ຄຳເກີດ ແລະ ເມືອງຜາທອງ ( ເມືອງວຽງທອງໃນປະຈຸບັນ) ປະກອບມີ 42 ຕາແສງ 521 ບ້ານ ມີພົນລະມືອງ 122.360 ຄົນ ແລະ ດຳລັດຂອງສະພາລັດຖະມົນຕີ ເລກທີ 27 ລົງວັນທີ 6 ມີນາ 1984 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳແຂວງບໍລິຄຳໄຊ ປະກອບມີ ສະຫາຍ ບຸນທອນ ລໍໄຊປັນຍາ ເປັນເລຂາພັກແຂວງ, ປະທານປົກຄອງແຂວງ, ສະຫາຍ ບຸນຮອງ ຄູນພະໄຊ ຮອງເລຂາພັກແຂວງ ຮອງປະທານປົກຄອງແຂວງ ແລະ ປະກອບມີ ສະຫາຍ ແສງມະນີ ແກ້ວໄຊຍະວົງ, ສະຫາຍ ທິດຫຼ້າ ເລືອງມີໄລ, ສະຫາຍ ສີທາ ມະນີວົງ, ສະຫາຍ ຊຽງກອງ ໄຊສົມບັດ ເປັນກຳມະການ.

ໃນໄລຍະນີ້ ແຂວງບໍລິຄຳໄຊ ກໍ່ຢູ່ໃນຊ່ວງປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຮຳບາດແຜສົງຄາມ ແລະ ເຮັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເປັນສ່ວນໃຫຍ່ ສະນັ້ນ ການພັດທະນາພື້ນຖານໂຄງລ່າງ ກໍ່ຍັງບໍ່ທັນເປັນຮູບປະທຳ ເຊັ່ນ: ວຽກງານຄົມມະນາຄົມ-ຂົນສົ່ງ ກໍ່ພຽງແຕ່ມີທາງໄປມາຫາສູ່ກັນໄດ້ພຽງລະດູດຽວເປັນບາງເຂດ ນອກນັ້ນກໍ່ອາໃສທາງຍ່າງ ແລະ  ການຄົມມະນາຄົມທາງນ້ຳ ເປັນຫຼັກ.

ການພັດທະນາເສດຖະກິດ:

ທົ່ວແຂວງມີສະຫະກອນສະເສດທັງຫມົດ 76 ຫົວຫນ່ວຍ, ສະຫະກອນຊື້ຂາຍ 07 ຫົວໜ່ວຍ, ຕະລາດໃນຊົນນະບົດ 7 ແຫ່ງ, ຮ້ານຄ້າຂອງເມືອງ 6 ແຫ່ງ, ຫນ່ວຍເກັບຊື້ ຊົນນະບົດ 27 ຫນ່ວຍ, ການແກ້ໄຂຊີວິດການເປັນຢູ່ເຊີ່ງໄດ້ຖືເອົາການປູກເຂົ້າເປັນຫຼັກ ທົ່ວແຂວງມີເນື້ອທີ່ປູກຝັງ 26.950 ເຮັກຕາ, ໃນນັ້ນ ເນື້ອທີ່ນາມີ 13.130 ເຮັກຕາ, ເນື້ອທີ່ໄຮ່ມີ 12.260 ເຮັກຕາ, ນາແຊງ 60 ເຮັກຕາ. ສະມັດຕະພາບຂອງການຜລິດ 1,8 ຫາ 2 ໂຕນຕໍ່ເຮັກຕາ ຜົນເກັບກ່ຽວເຂົ້ານາປີ 43.440 ໂຕນ ສະເລ່ຍຫົວຄົນຍັງບໍ່ທັນກູ້ມກິນ.

ດ້ານວັດທະນະທຳສັງຄົມ:

– ລະບົບການສຶກສາ: ມີໂຮງຮຽນທັງຫມົດ 249 ແຫ່ງ ໃນນັ້ນ ມີໂຮງຮຽນອະນຸບານ 4 ແຫ່ງ, ໂຮງຮຽນປະຖົມ 229 ແຫ່ງ, ໂຮງຮຽນມັດທະຍົມ 15 ແຫ່ງ, ໂຮງຮຽນອຸດົມສຶກສາ 1 ແຫ່ງ, ມີນັກຮຽນທັງຫມົດ 18.862 ຄົນ.

ຕານ່າງສາທາລະນະສຸກ. ມີໂຮງຫມໍແຂວງ 1 ແຫ່ງ, ໂຮງຫມໍເມືອງ 5 ແຫ່ງ, ສຸກສາລາຕາແສງ 10 ແຫ່ງ, ມີພະນັກງານແພດຊັ້ນສູງ 10 ຄົນ, ຊັ້ນກາງ 31 ຄົນ, ຊັ້ນຕົ້ນ 96 ຄົນ.

– ທາງດ້ານການສະໜອງຂໍ້ມູນຂ່າວສານ ທົ່ວແຂວງມີໂທລະໂຄ່ງ 6 ແຫ່ງ, ໂຮງຮູບເງົາ 1 ແຫ່ງຮູບເງົາເຄື່ອນທີ່ 1 ຫນ່ວຍ, ຫນ່ວຍສິລະປະສະຫມັກຫຼີ້ນ ຈໍານວນ 38 ຫນ່ວຍ.

ວຽກງານພັກພະນັກງານ ໃນໄລຍະຍະນີ້ການຂະຫຍາຍພັກຍັງບໍ່ທັນໄດ້ເປີດກວ້າງ ແຕ່ເນັ້ນໃສ່ທາງດ້ານຄຸນນະພາບເປັນຫຼັກ ທົ່ວແຂວງມີ 99 ຫນ່ວຍພັກ, ໃນນັ້ນຢູ່ຊົນນະບົດມີ 68 ຫນ່ວຍພັກ, ມີຫນ່ວຍພັກນໍາພາສະຫະກອນກະເສດ 7 ຫນ່ວຍ, ຂັ້ນຕາແສງ 9 ຫນ່ວຍ , ຫນ່ວຍພັກສໍານັກງານອົງການເມືອງ, ແຂວງ 15, ມີສະມາຊິກພັກທັງຫມົດ 1.128, ມີພະນັກງານ 2.800 ຄົນ, ໃນນັ້ນ ຂັ້ນບໍລິຫານມີ 751 ຄົນ, ວິຊາການມີ 1.065 ຄົນ, ວິສາຫະກິດມີ 984 ຄົນ.

ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ I

ໄດໄຂຂື້ນໃນວັນທີ 12 ຕຸລາ 1986

  • ໄດ້ກຳນົດແນວທາງການເມືອງ 5 ຂໍ້ ແຕ່ປີ 1986 ຫາ 1990 ຄື:
  1. ອອກແຮງປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຮອບດ້ານຢູ່ຮາກຖານ ໃຫ້ສູງຂຶ້ນ, ກໍ່ສ້າງທ່າສະຫນາມປ້ອງກັນຊາດ ແລະ ກໍ່ສ້າງເຫງົ້າພະລັງໃນທຸກດ້ານເພື່ອທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ. ຜາບແພ້ກົນອຸບາຍບຽດຢຶດ ແລະ ຮຸກຮານຂອງພວກສັດຕູ ແນໃສ່ເຮັດໃຫ້ເຂດ ທີ່ຢູ່ລຽບແມ່ນໍ້າຂອງ ແລະ ເຂດພູດອຍ ຫ່າງໄກສອກຫຼີກ ມີຄວາມສະຫງົບໂດຍພື້ນຖານ.
  2. ສຸມທຸກກໍາລັງເຂົ້າໃນການຜະລິດກະສິກໍາ-ປ່າໄມ້ຮອບດ້ານ ເພື່ອຂຸດຄົ້ນໃຫ້ໄດ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ, ສ້າງໃຫ້ມີຄວາມເຂັ້ມແຂງໃຫ້ຕົນເອງ ສູ້ຊົນຜະລິດສະບຽງອາຫານໃຫ້ເພີ່ມຂຶ້ນ ແລະ ກຸ້ມກິນ, ການຜະລິດສິນຄ້ານັບມື້ນັບຫຼາຍ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສ້າງລາຍຮັບສະສົມ, ກໍ່ສ້າງກຸ່ມເສດຖະກິດ-ເຕັກນິກ, ກໍ່ສ້າງພື້ນຖານເສດຖະກິດຕາມທິດການຜະລິດທຸລະກິດສັງຄົມນິຍົມ, ສືບຕໍ່ຊຸກຍູ້ວຽກງານແຈກຢາຍຈໍລະຈອນສິນຄ້າ ແລະ ຂະຫຍາຍຕາໜ່າງການຄ້າ, ສະຫະກອນຊື້ຂາຍ ແລະ ສິນເຊື້ອໃຫ້ເພີ່ມຂື້ນ. ສືບຕໍ່ເຊັນຜູກພັນທາງເສດຖະກິດ ກັບບັນດາແຂວງພາຍໃນປະເທດ, ແຂວງແຮກສ່ຽວເຫງ້ຕິ່ງ ປະເທດຫວຽດນາມ ແນໃສ່ກໍ່ສ້າງພື້ນຖານວັດຖຸເຕັກນິກ ແລະ ແລກປ່ຽນສິນຄ້າ, ຕັ້ງຫນ້າປະຕິບັດກົນໄກຄຸ້ມຄອງເສດຖະກິດຕາມແບບໄລ່ລຽງ ເສດຖະກິດສັງຄົມນິຍົມ ຫຼື ວ່າເສດຖະກິດຕະຫຼາດ ແລະ ກ້າວເຂົ້າສູ່ການລົບລ້າງການຄຸ້ມຄອງແບບອາດຍາສິດ ບໍລິຫານເກື້ອກຸນ.
  1. ຕັ້ງຫນ້າປັບປຸງກໍ່ສ້າງການສຶກສາ, ວັດທະນະທໍາ, ສາທາລະນະສຸກ ຢ່າງແຂງແຮງ, ຍົກລະດັບ ແລະ ຄຸນນະພາບການສຶກສາໃຫ້ສູງຂຶ້ນ. ລົບລ້າງການເຊື່ອຖືແບບງົມງວາຍ, ຮີດຄອງປະເພນີທີ່ຫລ້າຫຼັງ, ຊອດກະຈາ ແລະ ຮັບປະກັນ ສຸຂະພາບຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.
  2. ອອກແຮງປັບປຸງລະບົບຜະເດັດການກໍາມາຊີບໃຫ້ເຂັ້ມແຂງ ເອົາໃຈໃສ່ກໍ່ສ້າງປັບປຸງພັກທາງດ້ານການເມືອງ- ແນວຄິດ ແລະ ການຈັດຕັ້ງໃຫ້ເຂັ້ມແຂງຮອບດ້ານ ຍົກສູງຄຸນນະພາບຂອງພັກ ເຂົ້າໃນທຸກຂົງເຂດວຽກງານ, ຮູ້ນໍາພາຮອບດ້ານ ສູ້ຊົນກໍ່ສ້າງພະນັກງານຫຼັກແຫຼ່ງແກ່ນສານ ແລະ ພື້ນຖານພັກ ເອົາໃຈໃສ່ຂະຫຍາຍສະມາຊິກໃໝ່ໃນທ້ອງຖິ່ນ ແລະ ສໍານັກງານອົງການຕ່າງໆ ເສີມຂະຫຍາຍອໍານາດການ ປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໃນການປະຕິບັດທິດນໍາ, ພັກນໍາພາ ລັດຄຸ້ມຄອງ, ມະຫາຊົນເປັນເຈົ້າ.
  3. ເພີ່ມທະວີຄວາມສາມັກຄີຢ່າງໜັກແໜ້ນ ໃນທົ່ວພັກທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ຖືເປັນພິເສດ ການຮ່ວມສໍາພັນສູ້ຮົບ ແລະ ຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ຄວາມສາມັກຄີພິເສດລາວ-ຫວຽດນາມ-ກໍາປູເຈຍ, ເພີ່ມທະວີສໍາພັນຮອບດ້ານກັບ ສະຫະພາບໂຊວຽດ, ປະເທດສັງຄົມນິຍົມອ້າຍນ້ອງ ແລະ ຜູ້ຮັກຫອມສັນຕິພາບໃນທົ່ວໂລກ ເພື່ອປະຕິບັດສອງຫນ້າທີ່ຍຸດທະສາດ ຂອງບັນດານະໂຍບາຍຂອງພັກ-ລັດ ເປັນຢ່າງດີ.

About admin11