ພິທີມອບບຢັ້ງຢືນ ແລະ ທຸງໄຊ ນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ

ໃນວັນທີ 29 ມິຖຸນາ 2022 ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັຍຄວາມສະຫງົບແຂວງ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ແລະ ທຸງໄຊ ນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຂຶ້ນ ເປັນປະທານໂດຍ ສະຫາຍ ພັທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ, ເລຂາຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພັທ ເຄນວອນ ລໍວັນໄຊ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ທິດທາງແຜນການ ເຫັນວ່າພາຍໃຕ້ການນໍາພາ-ຊີ້ນໍາ ຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ເຊິ່ງສະແດງອອກແຕ່ລະດ້ານດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 96,09%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 94,8%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 95,1%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 94,03%, ພ້ອມທັງໄດ້ວາງຄາດໝາຍສູ້ຊົນໄວ້ດັ່ງນີ້: ບຸກດ້ານແນວຄິດ ສູ້ຊົນໃຫ້ໄດ້ 95,05% ຂຶ້ນໄປ, ບຸກດ້ານການຈັດຕັ້ງ ສູ້ຊົນໃຫ້ໄດ້ 95% ຂຶ້ນໄປ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ສູ້ຊົນໃຫ້ໄດ້ 95% ຂຶ້ນໄປ, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳ ສູ້ຊົນໃຫ້ໄດ້ 96% ຂຶ້ນໄປ.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ, ໃຫ້ກຽດມອບໂດຍ ສະຫາຍ ທະນູວັນ ວົງມະນີ ແລະ ຮັບໂດຍ ສະຫາຍ ພັທ ກອງລະສັກ ສີສຸກລາດ.

About admins14