ສຳເລັດການສ້າງຄວາມເຂັ້ມແຂງໃນການໂຕ້ຕອບພະຍາດໂຄວິດ 19 ແລະ ແກ້ໄຂສິ່ງທ້າທາຍໃນວຽກງານ ຮັກສາສຸຂະພາບຂັ້ນຕົ້ນ

ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ຄວາມເປັນເຈົ້າການຂອງຊຸມຊົນໃນການຕອບໂຕ້ພະຍາດໂຄວິດ-19 ແລະ ສິ່ງທ້າທາຍໃນວຽກຮັກສາສຸຂະພາບຂັ້ນຕົ້ນ ໃນຮູບແບບຄອນເນັກ ( Connect ໂມດຸນ 1 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2022 ຢູ່ໂຮງແຮມດອກຈຳປາ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ກຽດເປັນປະທານໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າຫ້ອງການຈາກກະຊວງພາຍໃນ, ກະຊວງສາທາລະນະສຸກ, ກົມອະນາໄມໂລກ, ພະແນກພາຍໃນແຂວງ, ສາທາແຂວງ, ເມືອງ 7 ຕົວເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຕົກລົງເຫັນດີໃນການຈັດຕັ້ງປະຕິບັດແຜນການໃນແຕ່ລະໄລຍະ (ເລີ່ມຕົ້ນ, ຂະຫຍາຍ ແລະ ເຊື່ອມສານເຂົ້າໃນລະບົບປົກກະຕິ) ທີ່ໄດ້ສ້າງຮ່ວມກັນໃນການໂຕ້ຕອບພະຍາດໂຄວິດ-19 ແລະ ແກ້ໄຂສິ່ງທ້າທາຍໃນວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການຈົດທະບຽນການເກີດ, ພ້ອມຮັບຟັງການປະກອບຄຳເຫັນຂອງທ່ານປະທານກອງປະຊຸມ, ທ່ານໄດ້ຍົກໃຫ້ເຫັນ ສະພາບລວມການແຜ່ລະບາດຂອງພະຍາດໂຄວິດ-19 ປີຜ່ານມາ, ມາດຕະການ, ການມີສ່ວນຮ່ວມຂອງຊຸມຊົນ, ຮັບຮອງເອົາເນື້ອໃນແຕ່ລະບົດ ທີ່ວິທະຍາກອນ ສົ່ງໃຫ້ເປັນຢ່າງດີ, ມີການປະກອບຄຳຄິດຄຳເຫັນ ຢ່າງຫ້າວຫັນ ແລະ ກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ມີເນື້້ອໃນ ໂດຍສະເພາະ ແມ່ນພາລະບົດບາດທີ່ຫ້ອງການຕົນເອງຮັບຜິດຊອບ (ໃນຂັ້ນເມືອງ) ໃນການມີສ່ວນຮ່ວມ ໃນຂະບວນການກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດພະຍາດໂຄວິດ-19 ໃນເມືອງ.

ກອງປະຊຸມ ເຫັນດີເປັນເອກະພາບຮ່ວມກັນ ຈະນຳເອົາຜົນຂອງການຝຶກອົບຮົມ ໂດຍສະເພາະແມ່ນແຜນການສ້າງຄວາມເຂັ້ມແຂງ ໃຫ້ອົງການປົກຄອງທ້ອງຖິ່ນ ເພື່ອໂຕ້ຕອບພະຍາດໂຄວິດ-19, ການສັກຢາຮອບປົກກະຕິ, ການເກີດລູກມີແພດຊ່ວຍ, ການຈົດທະບຽນການເກີດ ແລະ ການເຝົ້າລະວັງພະຍາດລະບາດ ໄປຈັດຕັ້ງປະຕິບັດຕົວຈິງໃນເມືອງ ດ້ວຍການສອດແຊກເຂົ້າໃນແຜນງານທີ່ມີຢູ່ແລ້ວໃຫ້ເປັນວຽກປົກກະຕິ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ໂດຍອົງການອະນາໄມໂລກ.

ພ້ອມນີ້ ບັນດາ 7 ຕົວເມືອງກໍ່ໄດ້ມີການເຊັນບົດບັນທຶກຮ່ວມກັນໃນການແຂ່ງຂັນແຜນການສ້າງຄວາມເຂັ້ມແຂງ ໃຫ້ບັນດາເມືອງເພື່ອໂຕ້ຕອບພະຍາດໂຄວິດ-19, ການສັກຢາຮອບປົກກະຕິ, ການເກີດລູກມີແພດຊ່ວຍ, ການຈົດທະບຽນການເກີດ ແລະ ການເຝົ້າລະວັງພະຍາດລະບາດ ໂດຍຊ້ອງໜ້າຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານນາງ ທ່່ານ ນາງ ວິໄລທອນ ສູນທອນໄຊມົງຄຸນ ຫົວຫນ້າຫ້ອງການ ກະຊວງພາຍໃນ ເປັນສັກຂີພິຍານ.

About admins16