ປະກາດແຕ່ງຕັ້ງເລຂາ, ຜູ້ກວດກາໜ່ວຍພັກຮາກຖານໂຮງຮຽນ ປກສ ຊັ້ນຕົ້ນເລກ 4

ໃນວັນທີ 12 ທັນວາ 2022 ໜ່ວຍພັກຮາກຖານ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຜູ້ກວດກາໜ່ວຍພັກຮາກຖານຂຶ້ນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີ ຄະນະພັກຮາກຖານ, ຄະນະອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແລະ ສະມາຊິກພັກສົມບູນ – ສຳຮອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບເລກທີ 716/ຄພ.ປກສ.ຂ ລົງວັນທີ 6 ທັນວາ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ບຸນນິດ ໂຮມຄະສິດ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພັທ ທະນົງສັກ ສີວົງດາວ ເປັນຜູ້ກວດກາໜ່ວຍພັກຮາກຖານ, ສ່ວນຮອງເລຂາໜ່ວຍພັກຮາກຖານທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍ່ໄດ້ມີຄໍາເຫັນໂອ້ລົມພ້ອມໃຫ້ທິດຊີ້ນໍາຈໍນວນໜຶງ ໂດຍສະເພາະແມ່ນການ ເພີ່ມທະວີເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເຊີດຊູບົດບາດການນໍາພາຂອງພັກໃຫ້ສູງຂຶ້ນ, ເອົາໃຈໃສ່ນໍາພາວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສ້າງພະນັກງານສືບທອດປ່ຽນແທນ ພ້ອມຂະຫຍາຍມະຫາຊົນກ້າວໝ້າເຂົ້າພັກໃຫ້ຖືກຕ້ອງ ຕາມກົດລະບຽບຂອງພັກວາງອອກ, ເພີ່ມທະວີເອົາໃຈໃສ່ປະຕິບັດວຽກງານນະໂຍບາຍ, ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂື້ນເປັນກ້າວໆ.

About admins14