ພິທີເຊັນບົດບັນທຶກຮ່ວມລະຫວ່າງອົງການໄອຍະການ ປະຊາຊົນ ແລະ ສານປະຊາຊົນ ແຂວງບໍລິຄໍາໄຊ

ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກ ວ່າດ້ວຍການປະສານງານລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ເຂົ້າສູ່ໜ້າວຽກຕົວຈິງຢູ່ຂັ້ນທ້ອງຖິ່ນ, ໃນວັນທີ 13 ທັນວາ 2022 ທີ່ຫ້ອງປະຊຸມອົງການໄອຍາການປະຊາຊົນແຂວງບໍລິຄໍາໄຊ ໄດ້ຈັດພິທີເຊັນບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍາການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ວ່າດ້ວຍກົນໄກການປະສານງານດໍາເນີນຄະດີ ຕາມຂະບວນການຍຸຕິທໍາ, ຕາງໜ້າອົງການໄອຍາການປະຊາຊົນເເຂວງ ລົງນາມໂດຍ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍາການປະຊາຊົນເເຂວງ ແລະ ຕາງໜ້າສານປະຊາຊົນແຂວງ ລົງນາມໂດຍ ທ່ານ ໄລລາທອງ ຂັນຕິຍະລາດ ປະທານສານປະຊາຊົນແຂວງ, ມີພະເເນກການກ່ຽວຂ້ອງ, ຄະນະກໍາມະການຍຸຕິທໍາ ປກຊ – ປກສ, ຄະນະພັກຄະນະນໍາອົງການໄອຍາການປະຊາຊົນແຂວງ, ອົງການໄອຍາການປະຊາຊົນເຂດ 1, ພະນັກງານທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ບົດບັນທຶກຮ່ວມລະຫ່ວາງອົງການໄອຍາການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ວ່າດ້ວຍກົນໄກການປະສານງານດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ເຊິ່ງເປັນບ່ອນອິງໃຫ້ແກ່ການດໍາເນີນງານຮ່ວມກັນ ໂດຍອິງຕາມທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ຕາມກົດໝາຍ ແລະ ລະບຽບການ ເພື່ອເປັນບ່ອນອິງໃນການປຶກສາຫາລື, ຮັບປະກັນການພິຈາລະນາຕັດສິນ, ພິພາກສາຄະດີ ແລະ ການແກ້ໄຂຄະດີ ທີ່ພົວພັນເຖິງການດໍາເນີນຄະດີອາຍາ, ຄະດີແພ່ງ, ຄະດີແຮງງານ, ຄະດີການຄ້າ, ຄະດີຄອບຄົວ, ຄະດີປົກຄອງ ແລະ ຄະດີເດັກ ຕາມຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບ ບົນພື້ນຖານກົດໝາຍ, ທັງສອງພາກສ່ວນ ຕ້ອງເປັນໃຈກາງປະສານງານເພື່ອຄົ້ນຄ້ວາປຶກສາຫາລື ແລະ ຕົກລົງຮ່ວມກັນກ່ຽວກັບການດໍາເນີນຄະດີທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫຍ່, ຄະດີທີ່ສັງຄົມໃຫ້ຄວາມສົນໃຈ, ການກໍານົດເຫດການຄະດີ, ການຕີຄວາມໝາຍຂອງກົດໝາຍ, ການສັ່ງຟ້ອງ, ການຖະແຫຼງ, ຕ້ອງສະໜອງຂໍ້ມູນ – ຂ່າວສານ, ສະຫຼຸບສັງລວມ, ແນະນໍາ ແລະ ຕິດຕາມການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ໃຫ້ມີປະສິດທິຜົນ ໃນບົດບັນທຶກດັ່ງກ່າວປະກອບມີ 7 ມາດຕາ.

About admins14