ເຈົ້າແຂວງບໍລິຄຳໄຊ ເຄື່ອນໄຫວຊຸກຍູ້ວຽກງານຢູ່ບ້ານປາກເຫືອງ

ໃນວັນທີ 15 ທັນວາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ ບ້ານ ປາກເຫືອງ ເມືອງບໍລິຄັນ, ມີທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ແລະ ພະແນກການ, ຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຮ່ວມພາທາງ.

ທ່ານ ພັນ ລໍວັນໄຊ ນາຍບ້ານປາກເຫືອງ ໄດ້ລາຍງານສະພາບໂດຍລວມການພັດທະນາເສດຖະກິດ – ສັງຄົມຂອງບ້ານ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ວ່າ: ບ້ານປາກເຫືອງ ເປັນບ້ານຕັ້ງຂື້ນໃໝ່ ເຊີ່ງຍົກຍ້າຍມາຈາກບ້ານເກົ່າທີ່ຕັ້ງຢູ່ແຄມນໍ້າ ເຊິ່ງຜ່ານມາທຸກໆປີປະຊາຊົນສ່ຽງຕໍ່ກັບໄພທຳມະຊາດ ເປັນຕົ້ນແມ່ນໄພນໍ້າຖ້ວມ, ດ້ວຍເຫດນັ້ນ ຂັ້ນເທິງຈຶ່ງໄດ້ຍົກຍ້າຍຈັດສັນມາຢູ່ຈຸດສູງ ກໍ່ຄືບ້ານຢູ່ປະຈຸບັນ, ມີທັງໝົດ 78 ຄອບຄົວ 75 ຫຼັງຄາເຮືອນ, ປະຊາຊົນສ່ວນໃຫຍ່ ແມ່ນຢຶດຖືອາຊີບກະສິກຳເປັນຫຼັກ, ພົ້ນເດັ່ນແມ່ນການປູກມັນຕົ້ນ ສ້າງເສດຖະກິດແຫຼ່ງລາຍຮັບເຂົ້າສູ່ຄອບຄົວ ໂດຍລວມແລ້ວ ເຫັນວ່າ ປະຊາຊົນພາຍໃນບ້ານ ສາມາດຜະລິດເຂົ້າກຸ້ມກິນ ແລະ ເປັນສິນຄ້າຈຳນວນໜື່ງ, ປະຊາຊົນມີຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ.

ນອກນັ້ນ ເຫັນວ່າພື້ນຖານໂຄງລ່າງສິ່ງເອື້ອອຳນວຍຄວາມສະດວກບາງດ້ານ ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນນໍ້າໃຊ້ ແລະ ໂຄ່ງລ່າງພື້ນຖານການສຶກສາ.

ໂອກາດນີ້ ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານ ຈົ່ງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນ, ນຳເອົານິຕິກຳຂັ້ນເທິງເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ພ້ອມນັ້ນ ທ່ານ ເຈົ້າແຂວງບໍລິຄຳໄຊ ຍັງໄດ້ຮັບເອົາຄຳສະເໜີບ້າງດ້ານ ເປັນຕົ້ນແມ່ນ ການກໍ່ສ້າງອາຄານຊັ້ນໂຮງຮຽນປະຖົມສົມບູນ, ລະບົບນໍ້າໃຊ້, ໄຟຟ້າ ມາປຶກສາຫາລືຕາມຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ທັ້ງນີ້ ກໍ່ເພື່ອຫາທາງແກ້ໄຂ ເຮັດໃຫ້ລະບົບພື້ນຖານໂຄງລ່າງ ບ້ານປາກເຫືອງ ໄດ້ຮັບການບູລະນະ ແລະ ມີຄວາມພັດທະນາຂຶ້ນໄປເລື້ອຍໆ.

About admins16