ພິທີປະກາດຄະນະໜ່ວຍພັກ ແລະ ຄະນະຫ້ອງການ – ການເງິນ ເມືອງທ່າພະບາດ

ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄດ້ຈັດພິທີປະກາດຄະນະໜ່ວຍພັກ ແລະ ຄະນະຫ້ອງການ – ການເງິນ ເມືອງທ່າພະບາດຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສົມສົດ ແສງອາພອນ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ສະຫາຍ ດວງຕາ ເພຍແກ້ວ ຄະນະພະແນກການເງິນແຂວງ, ມີບັນດາກຳມະການພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມ.

ທ່ານ ກຸງສີ ພົມມະຈິດ ຮອງປະທານກວດກາພັກ – ລັດ ເມືອງ ໄດ້ຂຶ້ນຜ່ານມະຕິແຕ່ງຕັ້ງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 1825/ຄປຈ, ລົງວັນທີ 7 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາ, ຜູ້ກວດ ກາ ຂອງໜ່ວຍພັກຫ້ອງການ – ການເງິນເມືອງ ໂດຍການແຕ່ງຕັ້ງ ສະຫາຍ ນາງ ພູໄຊ ຈັນທະວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ວິໄຊ ແຫວນພາວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ສົມລິດ ໄມວັນໂນ ເປັນຜູ້ກວດກາໜ່ວຍພັກ ແລະ ຜ່ານຂໍ້ຕົກລົງຂອງເຈົ້າເມືອງທ່າພະບາດ ສະບັບເລກທີ 1992/ມທບ, ລົງວັນທີ 5 ທັນວາ 2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ – ການເງິນເມືອງ ໃນນັ້ນ ແຕ່ງຕັ້ງ ທ່ານ ນາງ ພູໄຊ ຈັນທະວົງສາ ຮອງຫົວໜ້າຫ້ອງການ – ການເງິນ ຂຶ້ນເປັນຫົວໜ້າຫ້ອງການ – ການເງິນ, ແຕ່ງຕັ້ງ ທ່ານ ສົມລິດ ໄມວັນໂນ ຫົວໜ້າໜ່ວຍງານຈັດຕັ້ງ ແລະ ບໍລິຫານຫ້ອງການ ຂຶ້ນເປັນຮອງຫົວໜ້າຫ້ອງການ – ການເງິນເມືອງທ່າພະບາດ.

ຂ່າວ: ຈາກເມືອງທ່າພະບາດ

About admins16