ກອງໂຄສະນາຕໍາຫຼວດຈະລາຈອນ ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນ

ວັນທີ 29 ເມສາ 2022 ກອງໂຄສະນາຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ສົມທົບໜ່ວຍງານຕໍາຫຼວດຈະລາຈອນ ປກສ ເມືອງ ບໍລິຄັນ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມທ້ອງຖະໜົນຫຼວງ ໃຫ້ນ້ອງນັກຮຽນ ໂຮງຮຽນ  ມສ ສົມມຸງຄຸນ ເມືອງບໍລີຄັນ ແຂວງບໍລິຄໍາໄຊ ເຊີ່ງນໍາພາໂດຍທ່ານ ພັຕ ສີສົມພອນ ສີມາລາວົງ ຫົວໜ້າກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ.

ເພື່ອເປັນການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງທະໜົນຫຼວງ ປະຈໍາປີ 2022  ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ສົມທົບກັບກອງຈະລາຈອນ ປກສ ເມືອງບໍລິຄັນ ລົງເຜີຍແຜ່ກົດລະບຽບ ໃຫ້ນ້ອງໆນັກຮຽນ ໂຮງຮຽນ ມສ ສົມມຸງຄຸນ ເພື່ອແນ່ໃສ່ເຮັດໃຫ້ຄູອາຈານ ແລະ ນ້ອງນັກຮຽນຜູ້ໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້ເຂົ້າໃຈກົດລະບຽບຈະລາຈອນ ພ້ອມທັງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ເພື່ອແນໃສ່ຫຼຸດຜ່ອນການເກີດອຸປະຕິເຫດຕາມທ້ອງຖະໜົນຫົນທາງ ໃຫ້ຫຼຸດໜ້ອຍຖອຍລົງຢ່າງຈະແຈ້ງ.

ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມ ກ່ຽວກັບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ ການຂີ່ລົດຖີບ ການຂັບຂີ່ລົດຈັກລົດໃຫ່ຍ ແລະ ລົດໄຖນາເດີນຕາມ.

ຈາກນັ້ນ ກໍ່ໄດ້ສາຍພາບວີດີໂອຈາກການບັນຖຶກພາບເຫດການອຸປະຕິເຫດ ໂດຍຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກິດອຸປະຕິເຫດ ຢູ່ຕາມເສັນທາງຕ່າງໆ ທີ່ເກີດຈາກການຂາດການກວດສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ – ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ.

ຍັງໄດ້ຍົກໃຫ້ເຫັນສະພາບປະກົດການຍໍ້ທໍ້ຕ່າງໆ ທີ່ເປັນໄພອັນຕະລາຍຕໍ່ໄວໜຸ່ມໃນປະຈຸບັນ ເຊັ່ນ: ການມົ່ວສຸມຫຼີ້ນກິນຟຸມເຟືອຍ, ມົ່ວສຸມສິ່ງເສບຕິດ ແລະ ອື່ນໆ ໃຫ້ບັນດານນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວ ພ້ອມເນັ້ນໜັກໃຫ້ນ້ອງນັກຮຽນທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ ກ່ຽວກັບກົດລະບຽບຈະລາຈອນ ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງເພື່ອປ້ອງກັນຕົນເອງ ແລະ ຜູ້ຮ່ວມໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພຈາກການເກີດອຸປະຕິເຫດ.

ໃນໂອກາດດຽວກັນ ທາງທີມງານກອງໂຄສະນາຕໍາຫຼວດຈະລາຈອນ ກໍ່ໄດ້ຕັ້ງຄໍາຖາມໃຫ້ນ້ອງນັກຮຽນຂື້ນຕອບຄໍາຖາມ ເພື່ອທົດສອບຄວາມຮັບຮູ້ເຂົ້າໃຈຂອງນ້ອງນັກຮຽນ ຕໍ່ກົດລະບຽບຈະລາຈອນ ທີ່ທາງທີມງານໄດ້ໂຄສະນາເຜີຍແຜ່ໄປນັ້ນ ເຊິ່ງເຫັນໄດ້ວ່າ ນ້ອງນັກຮຽນສາມາດຕອບໄດ້ຢ່າງຖືກຕ້ອງ ແລະ ຈະສາມາດນຳໄປປະຕິບັດໃຫ້ໄດ້ຮັບຜົນດີ.

About admin11