ຮາກຖານພັກ ປທສ ແຂວງ ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍລິຄຳໄຊ.

ບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ 3 ເອກະສານ ຄື: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍມີຫຼາຍເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຢ່າງເຂັ້ມງວດ, ປະສານສົມທົບຢ່າງກົມກຽວລະຫວ່າງການນຳພາຂອງພັກ ກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ, ການຄຸ້ມຄອງຂອງອົງການປົກຄອງ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບວິທີນຳພາ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນຳພາຕິດແທດຮາກຖານ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ເຮັດວຽກແບບຜິວເຜີນ, ການນຳພາປະຕິບັດໜ້າທີ່ການເມືອງ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂ.

ພ້ອມນີ້ ຍັງຈະໄດ້ຮັບຟັງເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ, ຂັ້ນຕອນການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ, ທັ້ງນີ້ ກໍ່ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຂັ້ນຮາກຖານ, ຮັບປະກັນເຮັດໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກເຮົາມີຄວາມຈຳເປັນຕ້ອງສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປ 3 ວັນ ຈຶ່ງຈະສໍາເລັດ ໂດຍຈະມີການທາບທາມຄໍາເຫັນສົ່ງຂ່າວຕີລາຄາຈັດປະເພດການຈັດຕັ້ງຮາກຖານພັກ, ສະມາຊິກພັກ ແລະ ມະຫາຊົນ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພຶ່ອສັງລວມດ້ານດີ ແລະ ບາງຂໍ້ຄົງຄ້າງ.

About admins16