ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຜູ້ແທນ ຊາວໜຸ່ມລາວທົ່ວປະເທດ ຄັ້ງທີ VIII ຮອບ 2 ທີ່ແຂວງບໍລິຄໍາໄຊ

ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບ 2 ກະກຽມກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມລາວທົ່ວປະເທດ ຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2020 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີເລຂາ, ຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ 7 ເມືອງ ທີ່ເປັນຜູ້ແທນສົມບູນ ຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊເຂົ້າຮ່ວມ.

ໃນກອງປະຊຸມ ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຄົ້ນຄ້ວາ, ພິຈາລະນາເນື້ອໃນ, ປະກອບຄໍາຄິດ ຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາຊາວຫນຸ່ມ-ເຍົາວະຊົນ, ກົດລະບຽບຊາວໜຸ່ມ-ເຍົາວະຊົນ, ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ພ້ອມຜ່ານມາດຖານເງື່ອນໄຂ ແລະ ທາບທາມບຸກຄະລາກອນ, ທັງນີ້ ກໍ່ເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນ, ຄົບຖ້ວນ ແລະ ບຸກຄະລາກອນໜຸ່ມທີ່ພຽບພ້ອມ ດ້ວຍຄວາມຮູ້, ຄວາມສາມາດ ເພື່ອພັດທະນາຊາວໜຸ່ມ-ເຍົາວະຊົນລາວ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນນີ້ ສະຫາຍຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຍັງໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າ 592.000 ກີບ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ.

About admins14