ບັນດາສິດເກົ່າ ມອບອຸປະກອນການຮຽນ ແລະ ອຸປະກອນກໍ່ສ້າງ ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານປ່າໄລ່

 

ໃນຕອນເຊົ້າຂອງວັນທີ 5 ທັນວາ 2020 ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານປ່າໄລ່ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ໄດ້ຈັດງານພົບປະສິດເກົ່າຂື້ນ ເພື່ອມອບອຸປະກອນການຮຽນ ແລະ ອຸປະກອນກໍ່ສ້າງຈໍານວນໜື່ງ ໃຫ້ທາງໂຮງຮຽນປະຖົມສົມບູນບ້ານປ່າໄລ່ ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ວຽງສະຫວັນ ບານທະວົງ ກຳມະການພັກເມືອງ ເລຂາພັກບ້ານ ນາຍບ້ານປ່າໄລ່, ທ່ານ ທອງສຸກ ຈັນທະວົງ ຜູ້ອຳນວຍການໂຮງຮຽນ, ມີບັນດາຄູອາຈານ, ຄູຜູ້ອະວຸໂສບໍານານ, ນ້ອງນ້ອຍນັກຮຽນ ຕະຫຼອດຮອດບັນດາສິດເກົ່າ ທີ່ເຄີຍໄດ້ສຶກສາຮໍ່າຮຽນຢູ່ທີ່ໂຮງຮຽນປະຖົມສົມບູນປ່າໄລ່ຫຼາຍລຸ້ນເຂົ້າຮ່ວມ.

          ໃນພິທີຄັ້ງນີ້ ເຕັມໄປດ້ວຍບັນຍາກາດຄວາມສາມະຄີ ຢ່າງເປັນຂະບວນການຟົດຟື້ນ,: ໂອກາດດັ່ງກ່າວບັນດາສິດເກົ່າທຸກໆລຸ້ນ ໄດ້ຕາງໜ້າຂື້ນມອບອຸປະກອນກໍ່ສ້າງ ເພື່ອນຳໄປກໍ່ສ້າງຮົ້ວໂຮງຮຽນ,  ຕາງໜ້າຂື້ນຮັບໂດຍ ທ່ານ ທອງສຸກ ຈັນທະວົງ ຜູ້ອຳນວຍການໂຮງຮຽນ, ອຸປະກອນຕ່າງໆປະກອບມີຄື: ຫີນ 1 ລົດ, ຊາຍ 1 ລົດ, ປູນ 1 ໂຕ່ນ, ເສົາ 30 ຕົ້ນ, ບ໊ອກ 1000 ກ້ອນ, ຕາໜ່າງ 10 ກໍ້, ເຫຼັກເສັ້ນໃຫຍ່, ເຫຼັກເສັ້ນນ້ອຍ ແລະ ລວດ.

         ການປະກອບສ່ວນນ້ຳໃຈ ຂອງສິດເກົ່າໃນຄັ້ງນີ້ ລວມມູນຄ່າເປັນຈຳນວນ 12.000.000 ກີບ, ນອກຈາກນັ້ນ ບັນດາສິດເກົ່າຍັງໄດ້ພ້ອມກັນແຈກຢາຍອຸປະກອນການຮຽນ ມີ: ປື້ມ 200 ຫົວ, ບິກ 200 ກ້ານ, ສໍ 200 ກ້ານ ໃຫ້ກັບບັນດາຫຼານນ້ອຍນັກຮຽນ ອັນເຕັມໄປດ້ວຍຮອຍຍີ້ມ, ມີຄວາມອົບອຸ່ນ ທັງຜູ້ໃຫ້ ແລະ ຜູ້ຮັບໄປພ້ອມໆກັນ.

        ການຈັດງານໃນຄັ້ງນີ້ ສຳພັດໄດ້ເຖີງຄວາມສາມັກຄີ ລະຫວ່າງ ອົງການຈັດຕັ້ງບ້ານ, ຄູ ອາຈານ ແລະ ສິດເກົ່າທີ່ຢູ່ພາຍໃນບ້ານ, ຢູ່ຕ່າງຖິ່ນຖານ ກໍ່ໄດ້ມີໂອກາດຫວນຄືນກັບມາຢາມບ້ານເກີດຂອງຕົນ.

        ໃນຕອນທ້າຍຍັງໄດ້ຮັບຊົມກິດຈະກຳກິລາການດຶງເຊືອກ ແລະ ສະແດງສີລະປະ ຈາກຫຼານນ້ອຍນັກຮຽນ ດ້ວຍຄວາມເບີກບານມ່ວນຊື່ນ.

 

About admin11