ພະແນກ ຖວທ ແຂວງ ສະຫຼຸບວຽກງານປະຈຳປີ 2020

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະຈຳປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກຸມພາ 2021 ໂດຍການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຫ້ອງການ ຖວທ 7 ຕົວເມືອງ, ພະນັກງານພາຍໃນພະແນກ ຖວທ, ພະແນກການອ້ອມຂ້າງແຂວງ, ແລະ ນັກທຸລະກິດ-ຜູ້ປະກອບການພາຍໃນແຂວງ ເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະພະແນກ ໄດ້ເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດເປັນວຽກງານຕົ້ນຕໍ ເຮັດໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດຫລັກໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມີຄວາມສາມັກຄີເປັນເອກະພາບ ໃນການເຄື່ອນໄຫວວຽກງານ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ຄື: ລົງກວດກາການຕິດຕັ້ງ ແລະ ສ້ອມແປງລະບົບໂທລະໂຄ່ງໃຫ້ເມືອງປາກຊັນ, ທ່າພະບາດ ແລະ ບໍລິຄັນ ໄດ້ 4 ຄັ້ງ, ຄຸ້ມຄອງບັນດາສື່ມວນຊົນ ໃຫ້ກາຍເປັນອາວຸດອັນແຫຼມຄົມ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກໍ່ຄືລະບຽບ-ກົດໝາຍຂອງລັດ, ແຈ້ງການເຖີງຫ້ອງການ ຖວທ ເມືອງທ່າພະບາດ, ຄໍາເກີດ, ວຽງທອງ ແລະ ໄຊຈໍາພອນ ກ່ຽວກັບການປ່ຽນສັນຍານດາວທຽມໄທຄົມ 5 ມາຮັບສັນຍານດາວທຽມລາວແຊດ 1, ໂຄສະນາກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ 62 ຄັ້ງ ມີເດັກຮ່ວມຈັດ 124 ເທື່ອຄົນ ສະແດງໃນວັນສຳຄັນຂອງແຂວງ, ຂອງຊາດ ຢູ່ພາຍໃນແຂວງໄດ້ 6 ຄັ້ງ ມີ 21 ລາຍການ ມີເດັກຮ່ວມສະແດງ 185 ເທື່ອຄົນ, ປະດິດອຸປະກອນປະກອບບົດຟ້ອນໄດ້ 2 ບົດ, ເຂົ້າຮ່ວມຝຶກອົບຮົມກ່ຽວກັບກິດຈະກຳເດັກໄດ້ 4 ຄັ້ງ ມີ 81 ເທື່ອຄົນ, ລົງຊຸກຍູ້ການສ້າງຕັ້ງສູນວັດທະນະທຳເດັກ ໄດ້ 3 ຕົວເມືອງ ( ເມືອງບໍລິຄັນ, ວຽງທອງ ແລະ ໄຊຈຳພອນ), ຈັດພິທີມອບ-ຮັບເຄື່ອງນັກສະແດງ ຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ 1 ຄັ້ງ ມູນຄ່າ 18,500,000 ກີບ, ມີຜູ້ເຂົ້າຊົມໃຊ້ບໍລິການອ່ານປື້ມຢູ່ຫໍສະໝຸດ 11,403 ຄົນ, ຢືມອ່ານຕາມຫ້ອງການ ແລະ ຢູ່ເຮືອນ 515 ຄົນ, ສໍາເລັດການຕິດຮູບພາບຜົນງານການເຄື່ອນໄຫວຂອງການນຳຂັ້ນແຂວງ, ເມືອງ, ພະແນກການວາງສະແດງໃນມື້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ VII ໄດ້ 420 ຮູບພາບ 15 ໜ້າກະດານ.

ພ້ອມດຽວກັນນັ້ນ ບັນດາຂະແໜງ, ພະແນກການ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ມີຄຳສະເໜີ ແລະ ປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ເຊັ່ນ: ການຄຸ້ມຄອງສື່ສັງຄົມອອນລາຍ, ການຄຸ້ມຄອງປ້າຍໂຄສະນາ, ການຄຸ້ມຄອງທຸລະກິດຕິດພັນກັບການທ່ອງທ່ຽວ, ການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ການສ້າງບ້ານ ແລະ ຄອບຄົວວັດທະນະທຳຕິດພັນກັບການທ່ອງທ່ຽວ, ການຈັດຕັ້ງເຄື່ອນໄຫວກິດຈະກຳ ການສົ່ງເສີມລາວທ່ຽວລາວ, ມາດຕະການກວດກາຕິດຕາມ, ການແບ່ງຂັ້ນຄຸ້ມຄອງວຽກງານທ່ອງທ່ຽວ, ການຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ເປີດບໍລິການຢູ່ແຕ່ລະເມືອງ ແລະ ອື່ນໆ.

ຕອນທ້າຍກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຂອງຫົວໜ້າພະແນກ ຖວທ ແຂວງ ໃຫ້ແກ່ບຸກຄົນ ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ຈຳນວນ 3 ທ່ານ ເປັນກຽດມອບໂດຍທ່ານ ອຸດອນ ສອນສຸລິນ.

About admins16