ປະທານຄະນະກຳມະການເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸດທີ 2 ຂັ້ນແຂວງ ຊີ້ນຳວຽກງານຢູ່ເມືອງໄຊຈຳພອນ

ໃນວັນທີ 09 ກູມພາ 2021 ຢູ່ຫ້ອງປະຊຸມສຳຫ້ອງວ່າການ ເມຶອງໄຊຈຳພອນ ແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸດທີ 2 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຮອບດ້ານ, ມີຜູ້ຮັບລົງສະໝັກເລືອກຕັ້ງ ສສຂ ຂັ້ນເມືອງ ມີຄະນະກຳມະການ ແລະ ອະນຸກຳມະການຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ ປະທານຄະນະກຳມະການເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸຸດທີ 2 ຂັ້ນເມືອງ ໄດ້ລາຍງານການເຄື່ອນໄຫວວຽກງານຕະຫຼອດໃນໄລຍະຜ່ານມາ ແລະ ວຽກຈຸດສູມໃນຕໍ່ໜ້າ ວ່າ: ຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ຈັດຕັ້ງຜັນຂະຫຍາຍບັນດານິຕິກຳຂອງຂັ້ນເທິງ ຫັນມາເປັນມະຕິຂອງເມືອງ ເພື່ອເປັນບ່ອນອິງໃນການເຄື່ອນໄຫວວຽກງານຂອງອະນຸກຳມະການຂັ້ນເມືອງ, ທົ່ວເມືອງມີຜູ້ທີ່ມີສິດປ່ອນບັດທັງໝົດຈໍານວນ 6.468 ຄົນ, ຍິງ 2.703 ຄົນ, ໃນນີ້ ມີຜູ້ມາຈາກທ້ອງຖິ່ນອື່ນ 147 ຄົນ , ຍິງ 28 ຄົນ.

ທົ່ວເມືອງມີໜ່ວຍປ່ອນບັດເລືອກຕັ້ງ 8 ໜ່ວຍ, ປະຈຸບັນ ສໍາເລັດການລົງເຜີຍແຜ່ເອກະສານ ໃຫ້ພໍ່ແມ່ປະຊາຊົນທົ່ວທຸກກູ່ມບ້ານ ໂດຍເມືອງໄຊຈຳພອນ ມີຜູ້ແທນລົງສະໝັກຮັບເລືອກຕັ້ງ 5 ທ່ານ, ຍິງ 1 ທ່ານ, ເລືອກເອົາ 3 ທ່ານ, ໃນນັ້ນ ມາຈາກແຂວງ 1 ທ່ານ, ຍິງ 1 ທ່ານ, ໃນສະເພາະໜ້າ ຈະໄດ້ນຳພາຜູ້ແທນ ທີ່ລົງຮັບສະໜັກເລືອກຕັ້ງ ລົງພົບປະພໍ່ແມ່ປະຊາຊົນ ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້.

ໃນຕອນທ້າຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຕີລາຄາສູງ ຍ້ອງຍໍຊົມເຊີຍຜົນງານຄະນະກຳມະການເລືອກຕັ້ງຂັ້ນເມືອງ ທີ່ໄດ້ເຄື່ອນໄຫວໃນໄລຍະຜ່ານມາ, ທ່ານຍັງໄດ້ເນັ້ນໃຫ້ຄະນະກຳມະການ, ອະນຸກຳມະການເລືອກຕັ້ງຂັ້ນເມືອງ ໃຫ້ສືບຕໍ່ປະຕິບັດໜ້າທີ່ດ້ວຍຮັບຜິດຊອບສູງ ເປັນຕົ້ນແມ່ນ ການປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມປ່ອນບັດໃຫ້ເປັນຂະບວນຟົດຟື້ນ, ຖືເອົາບັ້ນເລືອກຕັ້ງຄັ້ງນີ້ ເປັນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທຸກຂັ້ນ ແລະ ຍັງເປັນການປັບປຸງກົງຈັກການຈັດຕັ້ງ, ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ກາຍເປັນປາງບຸນໃຫຍ່ຂອງຊາດ, ມີປະຊາທິປະໄຕ ຖືກຕ້ອງຕາມກົດໝາຍ ພ້ອມກັນປະກອບສ່ວນເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ບັນລຸໄດ້ 3 ຄາດໝາຍໃຫຍ່ ຄື: ຜູ້ມີສິດໄປໃຊ້ສິດປ່ອນບັດ 100%, ມີຄວາມສະຫງົບປອດໄພ 100% ແລະ ບໍ່ໃຫ້ມີບັດເສຍ ຮັບປະກັນ 100%.

About admins14