ເມືອງບໍລິຄັນ ຮັບຮອງເອົາ 5 ບ້ານ ເປັນບ້ານສາມັກຄີປອງດອງ

ພິິທີຮັບຮອງເອົາ ບ້ານ ຜາເມືອງ, ບ້ານ ຜາໃດ, ບ້ານ ປາກເຫືອງ, ບ້ານແຄນຢ່ອງ ແລະ ບ້ານ ດົງ ເປັນບ້ານສາມັກຄີປອງດອງ ຂອງເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໄຂຂື້ນ ໃນວັນທີ່ 9 ກຸຸມພາ 2021 ຢູ່ສະໂມສອນຂອງບ້ານ ຜາເມືອງ ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ.

ໃນພີທີ ທ່ານ ດາວວອນ ຈັນທະປັນຍາ ປະທານແນວລາວສ້າງຊາດ ບ້ານຜາເມືອງ ໄດ້ຕາງໜ້າໃຫ້ທັງ 5 ບ້ານ ຂື້ນຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດຊີ້ນໍາ-ນໍາພາໃນໄລຍະຜ່ານມາ ວ່າ: ບ້ານ ຜາເມືອງ, ບ້ານ ຜາໃດ, ບ້ານ ປາກເຫືອງ, ບ້ານແຄນຢ່ອງ ແລະ ບ້ານ ດົງ ເປັນກຸ່ມບ້ານພັດທະນາທີ່ນອນຢູ່ໃນ 8 ບ້ານຂອງກຸ່ມບ້ານຜາເມືອງ ຫ່າງຈາກເທດສະບານເມືອງປະມານ 22 ກີໂລແມັດ, ມີເນື້ອທີ່ທັງໜົດ 6,200 ເຮັກຕ່າ, ປະກອບມີ 313 ຄອບຄົວ, ມີພົນລະເມືອງ 1918 ຄົນ, ຍິງ 994 ຄົນ, ມີ 3 ຊົນເຜົ່າຢູ່ຮ່ວມກັນ, ໃນນັ້ນ ຊົນເຜົ່າລາວໄຕກວມ 29,5%, ເຜົ່າກືມມຸ ກວມ 55,94% ແລະ ເຜົ່າມົ້ງ 14,56%.

ໄລຍະຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄີດ ໃຫ້ປະຊາຊົນມີຄວາມຮັບຮູ້ແລະ ເຂົ້າໃຈຢ່າງເລີ່ກເຊີ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດທະກິດສັງຄົມຂອງບ້ານ, ເປັນເຈົ້າການໃນການສ້າງສາພັດທະນາຕົນເອງສູງ, ຊີວິດການເປັນຢູ່ດີຂື້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂ, ມີຄອບຄົວຕົວແບບໃນການປູກຝັງ ແລະ ລ້ຽງສັດ ກາຍເປັນຄອບຄົວພັດທະນາຫຼາຍຂື້ນ, ປະຊາຊົນມີຄວາມອູ່ນອຽງທູ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ມີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ.

ເພື່ອເປັນການຢັ້ງຢືນ ເຖີງຜົນງານທີ່ບັນດາບ້ານປະຕິບັດໄດ້ນັ້ນ ໄດ້ມອບໃບຢັ້ງຢືນໃຫ້ຄອບຄົວສາມັກຄີປອງດອງ ບ້ານ ຜາເມືອງ 1,070ຄອບຄົວ, ບ້ານ ຜາໃດ 309, ບ້ານ ປາກເຫືອງ 75 ຄອບຄົວ, ບ້ານແຄນຢ່ອງ 71 ຄອບຄົວ ແລະ ບ້ານ ດົງ 230ຄອບຄົວ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ເຈົ້າເມືອງບໍລິຄັນ ແລະ ທ່ານ ຮອງປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ.

About admin11