ພະແນກ ຍທຂ ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າເປັນປະທານຂອງທ່ານ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະ ຍທຂ ແຂວງ, ຫົວໜ້າຂະແໜງການ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກໃນໄລຍະຜ່ານມາ ເປັນຕົ້ນແມ່ນ ປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 6 ເມສາ 2018 ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜົນດີ, ຊັບຊ້ອນຈັດວາງພະນັກງານເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ, ການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກ ຍທຂ ໃນໄລຍະ 2016-2020 ໄດ້ມີມະຕິແຕ່ງຕັ້ງຄະນະຮັບຜິດຊອບການຂຶ້ນແຜນກຳນົດ, ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ 4 ໄດ້ຮັບຮອງເອົາຄະນະພັກຮາກຖານ ຈຳນວນ 7 ສະຫາຍ ເຫັນວ່າບັນລຸຕາມແຜນທີ່ກຳນົດໄວ້, ຕຳແໜ່ງຫົວໜ້າຂະແໜງການ ບໍ່ບັນລຸ 2 ສະຫາຍ, ຕຳແໜ່ງຮອງຫົວໜ້າຂະແໜງບໍ່ບັນລຸ 6 ສະຫາຍ.

ສໍາລັບແຜນການໃນຕໍ່ໜ້າ ເພື່ອປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ເອົາໃຈໃສ່ຕໍ່ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ຄວາມຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ ແລະ ສະພາບຄວາມເປັນຈິງຂອງຖັນແຖວພະນັກງານທີ່ມີໃນປະຈຸບັນ, ການດຳເນີນ ຕ້ອງປະຕິບັດຕາມຫຼັກວິຊາການ ມີຂັ້ນຕອນ, ວິທີ ແລະ ສາມາດສ້າງເງື່ອນໄຂໃຫ້ແກ່ການກຳນົດພະນັກງານ ສາມາດສ້າງໄດ້ເປົ້າໝາຍບຸກຄະລາກອນສືບທອດປ່ຽນແທນບັນດາຕຳແໜ່ງນຳພາ-ຄຸ້ມຄອງ.

ນອກນັ້ນ ຍັງໄດ້ຮັບຟັງການຜ່ານແຈ້ງການແນະນຳຂອງຄະນະປະຈຳພັກແຂວງ ເລກທີ 824/ຄປພ.ຂບຊ ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານພະນັກງານນໍາພາ-ຄຸ້ມຄອງ ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ໃນການກຳນົດພະນັກງານນຳພາ-ຄຸ້ມຄອງ.

About admins16