ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 10 ມີນາ 2021 ຢູ່ທີ່ຫ້ອງປະຊຸມສະໂມສອນໃຫຍ່ ເມືອງວຽງທອງ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະ ໄໝທີ VI ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງເມືອງ ເຂົ້າຮ່ວມ

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ, ກອງປະຊຸມໄດ້ຮັບຮອງເອົາບຸກຄະລາກອນ ຈໍານວນ 63 ສະຫາຍ, ຍິງ 7 ສະຫາຍ ແລະ ເປັນກຽດ ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມແຕ່ສູນກາງຮອດທ້ອງຖິ່ນ ຈົ່ງປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການເຕົ້າ ໂຮມຄວາມສາມັກຄີ, ແຂ່ງຂັນກັນສ້າງຂະບວນການໃຫ້ຟົດຟື້ນຕໍ່ເນື່ອງ.

ທ່ານປະທານ ໄດ້ສືບຕໍ່ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI ເຊິ່ງແຕ່ປີ 2020-2021 ບັນດາສະຫາຍຄະນະຮາກຖານ, ໜ່ວຍຮາກຖານ ຕະຫຼອດຮອດສະມາຊິກຊາວໜຸ່ມ ຈົ່ງນໍາເອົາ 6 ໜ້າວຽກທີ່ສໍາຄັນ ໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ພ້ອມນັ້ນ ສະຫາຍໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມເມືອງ ຈົ່ງພ້ອມກັນສຸມໃສ່ການເປັນເຈົ້າພາບຈັດງານຕັ້ງຄ້າຍເຍົາວະຊົນ ທົ່ວແຂວງບໍລິຄຳໄຊ ຄັ້ງທີ V.

ໂອກາດນີ້ ຍັງໄດ້ຜ່ານເອກະສານແນະນໍາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ແນະນຳຂັ້ນຕອນ, ກວດກາປະເມີນຜົນ ພ້ອມທັງແນະນຳການປະກອບບັນດາເອກະສານທີ່ກ່ຽວຂ້ອງ ສະເໜີຂໍການຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມເມືອງ, ຮາກຖານ, ໜ່ວຍຮາກຖານ ນໍາໄປຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ ແລະ ໃຫ້ທັນເວລາຕາມທີ່ກຳນົດ.

ຕອນທ້າຍພິທີ ຄະນະຊາວໜຸ່ມແຂວງ ໄດ້ມອບເຄື່ອງຊ່ວຍເຫຼືອລວມມູນຄ່າ 500.000 ກີບ ໃຫ້ຄະນະຊາວໜຸ່ມເມືອງ ປະກອບມີເຄື່ອງນຸ່ງຫົ່ມ, ເຂົ້າສານ, ເກືອ, ອຸປະກອນການສຶກສາ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ.

About admin11