ມູນນິທິຊ່ວຍເຫຼືອສາກົນດ້ານການແພດ ແຫ່ງ ສ.ເກົາຫຼີ ມອບເຄື່ອງອັລຕາຊາວ ມູນຄ່າ 22.690 ໂດລາສະຫະລັດ ໃຫ້ພະແນກ ສາທາລະນະສຸກແຂວງ

ໃນຕອນບ່າຍວັນທີ 10 ມີນາ 2021 ຢູ່ພະແນກສາທາລະນະສຸກແຂວງບໍລິຄຳໄຊ ທ່ານ ດຣ ຄິມຢອງຊໍ ( kim young soar ) ທີ່ປຶກສາອາວຸໂສ ຂອງມູນນິທິຊ່ວຍເຫຼືອສາກົນ ດ້ານການແພດ ຫຼື ອົງການໂຄຟີ້ປະຈໍາລາວ ( Korea Foundation for International Healthcare ) ໄດ້ນໍາເອົາເຄື່ອງອັລຕາຊາວ ມູນຄ່າ 22.690 ໂດລາສະຫະລັດ ມາມອບໃຫ້ພະແນກສາທາລະນະສຸກແຂວງ ຕາງໜ້າຮັບໂດຍທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ມີຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອດັ່ງກ່າວ ແມ່ນແນໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຍຸດທະສາດການພັດທະນາວຽກງານສາທາລະນະສຸກແຂວງບໍລິຄຳໄຊ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານການພັດທະນາສຸຂະພາບຂອງແມ່ ແລະ ເດັກ ການບົ່ງມະຕິພະຍາດ, ການປິ່ນປົວພະຍາດໃຫ້ມີປະສິດທິພາບ ແລະ ຄວາມແມ່ນຍຳ ໂດຍສະເພາະ ແມ່ນການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກ ແນໃສ່ການສົ່ງເສີມສຸຂະພາບ ແລະ ຄວາມປອດໄພຂອງແມ່ມານ ເຊິ່ງເຄື່ອງອຸປະກອນການແພດດັ່ງກ່າວ ຈະຖືກສົ່ງໄປຊ່ວຍເຫຼືອຢູ່ໂຮງໝໍເມືອງວຽງທອງ ແລະ ເມືອງໄຊຈໍາພອນ.

ໃນໂອກາດນີ້ ທ່ານ ຫົວໜ້າພະແນກສາທາລະນະສຸກແຂວງ ຍັງໄດ້ກ່າວຄຳຂອບໃຈເປັນຢ່າງສູງ ທີ່ທາງມູນນິທິດັ່ງກ່າວ ເຫັນໄດ້ເຖິງຄວາມສຳຄັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານທາງສາທາລະນະສຸກໃຫ້ມີປະສິທິພາບສູງຂຶ້ນ ພ້ອມນີ້ ຍັງໄດ້ມອບໃບກຽດຕິຄຸນໃຫ້ມູນນິທິຊ່ວຍເຫຼືອສາກົນດ້ານການແພດ ຫຼື ອົງການໂຄຟີ້ປະຈໍາລາວ ອີກດ້ວຍ.

About admins16